• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ປຸກລະດົມວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ

      ວັນບຸນປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນ ຫວຽດນາມໃນຊຸມວັນບຸນເຕັດ, ຕ້ອນຮັບລະດູບານໃໝ່

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂພິທີ
      ຕອນເຊົ້າວັນທີ 21 ກຸມພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ ເຂົ້າຮ່ວມພິທເປີດ ແລະ ຕີກອງປຸກລະດົມ “ວັນບຸນປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ” ລະດູບານໃໝ່ປີຈໍ 2018 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກກ້ານ ຈັດຕັ້ງຢູ່ ຕາແສງ ກວນບີ່ງ, ເມືອງ ແບກທົງ, ແຂວງ ບັກກ້ານ. ຕີກອງ ປຸກລະດົມ ວັນບຸນປູກຕົ້ນໄມ້ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ວັນບຸນປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນ ຫວຽດນາມໃນຊຸມວັນບຸນເຕັດ, ຕ້ອນຮັບລະດູບານໃໝ່, ນຳມາເຊິ່ງບັນດາໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານກ່າວວ່າ:
        ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ພໍ່ແມ່ປະຊາຊົນ, ພວກສະຫາຍ, ພວກລຸງ ປ້າ ອ່າວ ອາ, ພວກອ້າຍ, ເອື້ອຍ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດ, ໃນຊຸມວັນບຸນເຕັດ, ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018, ຈົ່ງຫ້າວຫັນເຂົ້າຮ່ວມການປູກຕົ້ນໄມ້, ເພື່ອປູກຕົ້ນໄມ້ ເປັນປ່າເພື່ອປົກປັກຮັກສາຄັນຄູ, ຕ້ານສະພາບດິນເຊາະເຈື່ອນເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ; ພ້ອມທັງຍົກສູງສະຕິປົກປັກຮັກສາປ່າ, ສະກັດກັ້ນສະພາບການຕັດໄມ້, ທຳລາຍປ່າຢ່າງຜິດກົດໝາຍ.

ທ່ານປະທານປະເທດ ທຳພິທີປູກຕົ້ນໄມ້
       (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top