• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາວິສາຫະກິດ ທີ່ອຸປະຖຳໃຫ້ກອງປະຊຸມ APEC 2017

      ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ຜ່ານກອງປະຊຸມສຸດຍອດ APEC 2017, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ກໍ່ໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ການພົບປະ 
      ຕອນບ່າຍວັນທີ 13 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບການນຳບັນດາວິສາຫະກິດ ພາຍໃນ ແລະ ຕ່າງປະເທດ ທີ່ອຸປະຖຳໃຫ້ກອງປະຊຸມສຸດຍອດ APEC 2017. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ຜ່ານກອງປະຊຸມສຸດຍອດ APEC 2017, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ກໍ່ໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ; ເພື່ອນມິດສາກົນຕີລາຄາສູງ ຫວຽດນາມ ໃນການກະກຽມລອບຄອບຖີ່ຖ້ວນໃຫ້ແກ່ກອງປະຊຸມ, ນ້ຳໃຈຮັກແພງແຂກຄົນ, ນ້ຳໃຈສະໜິດສະໜົມຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ເພື່ອນມິດສາກົນ ກໍ່ຄືທິວທັດທຳມະຊາດສວຍງາມຂອງປະເທດ ຫວຽດນາມ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ, ຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ກໍ່ຄືປີ APEC 2017 ມີການປະກອບສ່ວນຂອງຫຼາຍອົງການ, ຫົວໜ່ວຍ, ວິສາຫະກິດ, ໃນນັ້ນ ມີບັນດານັກອຸປະຖຳພິເສດ, ບັນດານັກອຸປະຖຳຕົ້ນຕໍ ແລະ ບັນດານັກອຸປະຖຳຮ່ວມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກຜົນສຳເລັດຂອງ ສັບປະດາຂັ້ນສູງ APEC 2017 ກໍ່ຄືປີ APEC 2017 ໄດ້ເປີດອະນາຄົດ, ກາລະໂອກາດທີ່ສະດວກ, ພິເສດແມ່ນໃນຂົງເຂດຮ່ວມສຳພັນ, ການເຊື່ອມຕໍ່ເສດຖະກິດ ແລະ ຊຸກຍູ້ການຄ້າເສລີ ແລະ ທັງເປີດກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ, ໃນນັ້ນ ມີການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top