• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດຕັ້ງງານລ້ຽງຮອງຮັບກອງປະຊຸມສຸດຍອດ APEC

      ອະນາຄົດຂອງ ຫວຽດນາມ ບໍ່ອາດຕັດແຍກອອກຈາກອະນາຄົດລວມຂອງທົ່ວພາກພື້ນໄດ້, ຖືກກັບຫົວຂໍ້ເຊິ່ງບັນດາຝ່າຍພ້ອມກັນກຳນົດໃຫ້ປີ APEC 2017 ແມ່ນ “ກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”

ງານລ້ຽງຈັດຕັ້ງໃນຕອນຄ່ຳວັນທີ 10 ພະຈິກ
      ຕອນຄ່ຳວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດຕັ້ງງານລ້ຽງຮອງຮັບ ແລະ ສະແດງສິລະປະຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດ APEC ຄັ້ງທີ 25. ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພາກພື້ນ ອາຊີ - ປາຊີຟິກ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ. ນັບແຕ່ເມື່ອເລີ່ມດຳເນີນການປ່ຽນແປງໃໝ່, ເລື່ອງເປັນກຽດເປັນເຈົ້າພາບຈັດຕັ້ງປີ APEC 2 ຄັ້ງ, ໃນປີ 2006 ແລະ ປີ 2017 ນັ້ນໄດ້ສະແດງໃຫ້ເຫັນວ່າ, ອະນາຄົດຂອງ ຫວຽດນາມ ບໍ່ອາດຕັດແຍກອອກຈາກອະນາຄົດລວມຂອງທົ່ວພາກພື້ນໄດ້, ຖືກກັບຫົວຂໍ້ເຊິ່ງບັນດາຝ່າຍພ້ອມກັນກຳນົດໃຫ້ປີ APEC 2017 ແມ່ນ “ກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັັ້ນໜັກວ່າ:
        “ບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການເຂົ້າຮ່ວມ APEC ເປັນການຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປ່ຽນແປງໃໝ່ຢ່າງຄົບຊຸດ, ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າກ່ວາໃນການປະກອບສ່ວນສ້າງບັນດາກົນໄກຮ່ວມມືພາກພື້ນ ແລະ ທົ່ວໂລກໃຫ້ເປັນຮູບປະທຳ. ນັ້ນກໍ່ແມ່ນຜົນງານຂອງວິວັດທະນາການຮ່ວມມືນັບທີ່ມື້ນັບເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ກັບບັນດາພື້ນຖານເສດຖະກິດສະມາຊິກ APEC.”
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top