• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດສສ ຫວຽດນາມ

      ຕອນບ່າຍວັນທີ 3 ພະຈິກ, ຢູ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດ ແລະ ກະຊວງການຕ່າງປະເທດໄດ້ສົມທົບກັນຈັດຕັ້ງພິທີປະດັບຂັ້ນເອກອັກຄະລັດຖະທູດ ສສຫວຽດນາມ ໃຫ້ພະນັກງານການທູດ 5 ຄົນ.

(ທ່ານປະທານປະເທດ ເຈິ່ນດ້າຍກວາງ)
       ຕາງໜ້າພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ ມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດ ຂັ້ນ 2 ໃຫ້ທ່ານ ຫງວຽນກວົກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ; ແລະ ມອບຂໍ້ຕົກລົງປະດັບຂັ້ນເອກອັກຄະລັດຖະທູດ ຂັ້ນ 1 ໃຫ້ທ່ານນາງ ເລແອ໋ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເບລາຣູດ, ທ່ານ ຫງວຽນເທ໋ເກື່ອງ, ຫົວໜ້າກົງສູນ ຫວຽດນາມ ປະຈຳ ຊີຮານຸກວີນ (ກຳປູເຈຍ), ແລະ ທ່ານ    ຟ້າມກ໋ຽນທຽດ, ອະດີດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ.
  ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີບັນດາ ເອກອັກຄະລັດຖະທູດ ສືບຕໍ່ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາໜ້າທີ່, ເຊິ່ງພັກ, ລັດ ໄດ້ມອບໝາຍໃຫ້ຢ່າງດີເດັ່ນກວ່າອີກ, ພິເສດແມ່ນຕ້ອງປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ສະແຫວງຫາບັນດາເງື່ອນໄຂສະດວກ ແລະ ບັນດາແຫຼ່ງກຳລັງພາຍນອກ ເພື່ອພັດທະນາປະເທດຊາດໃນລະດັບສູງສຸດ.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top