• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈິມິນ

ທ່ານປະ​ທ​ານປະ​ເທດ ເຈີນ​ດ້າຍກວາງ ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ
      ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ຣະ​ກາ 2017, ຕອນ​ເຊົ້າ​ວັນ​ທີ 27/1(ກົງ​ກັບວັນ​ທີ 30 ບຸນ​ເຕັດ), ທ່ານປະ​ທ​ານປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ໃນ​ເຂດ​ອະ​ນຸ​ສອນ​ສະ​ຖານ​ ປະ​ທານ​ໂຮ່​ຈິ​ມິນໃນ​ບໍ​ລິ​ເວນ​ສຳ​ນັກ​ງານ​ປະ​ທານ​ເທດ.
     ທ່ານປະ​ທ​ານປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ສະ​ແດງ​ຄວາ​ມ​ຮູ້​ບູນ​ຄຸນ​ຢ່າງ​ລົ້ນ​ເຫຼືອ​ທີ່​ມີ​ຕໍ່ ທ່ານ​ປະ​ທານ​ໂຮ່​ຈິ​ມິນ, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ພັກ ແລະ ປະ​ຊົນ​ຫວຽດ​ນາມ, ນັກ​ວິ​ລະ​ຊົນ​ປົ​ດປ່ອຍ​ຊາດ, ນັກ​ວັດ​ທະ​ນະ​ທຳ​ທີ່​ດີ​ເລີດ​ຂອງ​ໂລກ. ທ່ານປະ​ທ​ານປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໃຫ້​ຄຳຕັກ​ເຕືອນແກ່​ພະ​ນັກ​ງານ ພາ​ລະ​ກອນ​ທີ່​ເຮັດ​ວຽກ​ໃນຂດ​ອະ​ນຸ​ສອນ​ສະ​ຖານ​ ປະ​ທານ​ໂຮ່​ຈິ​ມິນ ຈົ່ງ​ເຮັດຫຼ້ອນ​ວຽກ​ງານ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ໃຫ້​ຄົນ​ລຸ່ນນີ້ ແລະ ລຸ່ນ​ຄົ​ນ​ໃນ​ອະ​ນາ​ຄົດ, ຄ້ອງ​ເປັນ​ແບບ​ຢ່າງໃນ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ເພິ່ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top