• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປະຊາຊົນປີ 2017


ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ​ປີ 2017
      ຕອນ​ບ່າຍ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ​ປີ 2017. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຮັບ​ຮູ້, ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມມາ​ນະ​ພະ​ຍາ​ຍາມ, ຜົນ​ງານ​ດີ​ເດັ່ນ​ເຊິ່ງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ທ່ານ​ປະ​ທາ​ນ​ປະ​ເທດ​ໄດ້​ຊີ້​ແຈ້ງວ່າ: ປີ 2017, ບັນ​ດາ​ອົງ​ການ​​ຕຸ​ລາ​ການ​ເວົ້າ​ລວມ, ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນເວົ້າ​ສະ​ເພາະ​ຈະ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດຫຼາຍ​ຂໍ​້​ກຳ​ນົດ​ໃໝ່​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ຂົງ​ເຂດ​ຕຸ​ລາ​ການ​ຕາມ​ຈິດ​ໃຈ​ລັດ​ຖະ​ທຳ​ມະ​ນ​ູນ​ປີ 2013. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ຂະ​ແໜງ​ໄອ​ຍະ​ການ​ຕ້ອງ​ສືບ​ຕໍ່​ຊາບ​ຊຶມ, ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍຂອງ​ລັດ​ກ່ຽວ​ກັບ​ຂົງ​ເຂດ​ຕຸ​ລາ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ກໍ່​ຮຽກ​ຮ້ອງ​ຂະ​ແໜງ​ໄອ​ຍະ​ການ​ຕ້ອງ​ຕັ້ງ​ໜ້າ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມກໍ່​ສ້າງ​ຮ່າງ​ກົດໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​​ອາ​ຍາ​ປີ 2015, ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງກ​ັນ, ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ (ສະ​ບັບ​ປັບ​ປຸງ) ແລະ ບັນ​ດາ​ຮ່າງ​ກົດ​ໝາຍ​ສະ​ບັບ​ອື່ນໆ, ຮັບ​ປະ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ, ບັນ​ຫາ​ເຄັ່ງ​ຮ້ອນ​ໃນ​ສະ​ພາບ​​ຕົວ​ຈິງ​ຂອງ​ການປະ​ຕິ​ບັດ​ກົດ​ໝາຍ​ໃນ​ໄລ​ຍະ​ຜ່ານ​ມາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top