• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ

(ທ່ານປະທານ​ປະ​ເທດ​ ຫວຽດນາມ ​ເຈິ່ນດ້າຍ​ກວາງ
​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Techo Hun Sen)
          ຕອນ​ບ່າຍ​ວັນ​ທີ 20/12, ທີ່​ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Techo Hun Sen ​ພວມ​ຢ້ຽມຢາມ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ, ທ່ານປະທານ​ປະ​ເທດ​ ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ສະໜັບສະໜູນ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ​ແລະ ທ່ານ​ນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານ​ປະທານ​ປະ​ເທດ​ອວຍພອນ​ພັກ ປະຊາຊົນ ກຳປູ​ເຈຍ ​ແລະ ທ່ານ​ນາຍົກລັດຖະມົນຕີ Hun Sen ຈະ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນຕາ​ແສງ​ປີ 2017 ​ແລະ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ປີ 2018. ຜ່ານ​ນັ້ນ​ສືບ​ຕໍ່​ຊີ້​ນຳ​ນຳພາ​ປະ​ເທດ​ ກຳປູ​ເຈຍ ​ໃຫ້​ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ. ທ່ານ​ປະທານ​ປະ​ເທດ ຫວຽດນາມ​ຕີ​ລາຄາ​ສູງ​ເລື່ອງ​ສອງ​ປະ​ເທດ​​ເດັດ​ດ່ຽວ​ປະຕິບັດ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຕົນ​ເພື່ອ​ທຳລາຍ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ, ທ່ານ​ນາຍົກລັດຖະມົນຕີ Hun Sen  ​ແລະ ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ຈະສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສະກັດ​ກັ້ນ, ບໍ່​ໃຫ້​ບັນດາ​ກຳລັງ​ຫົວ​ຮຸນ​ແຮງ​ປຸກ​ປັ່ນ, ​ແບ​່ງ​ແຍກ, ທຳລາຍ​ສາຍ​ພົວພັນ​ຮ່ວມ​ມື​, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top