• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40ປີ ແຫ່ງວັນສ້າງຕັ້ງກຳລັງຊາວໜຸ່ມຕະລຸມບອນນະຄອນໂຮ່ຈີມິນ


ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີ
ແຫ່ງວັນສ້າງຕັ້ງກຳລັງຊາວໜຸ່ມຕະລຸມບອນນະຄອນໂຮ່ຈີມິນ


      ຕອນ​ຄຳ່​ວັນ​ທີ 27/3, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ພັດທະນາ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນນະຄອນ ​ໂຮ່ຈີ​ມິນ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ມີ​ທ່ານ​ ເຈືອງ​ເຕີນ​ຊາງ, ປະທານ​ປະ​ເທດ​, ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ການ​ນຳ​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ນະຄອນ ​ໂຮ່ຈີ​ມິນ, ບັນດາ​ພະນັກງານ​ຜູ້​ອາວຸ​ໂສ, ຜູ້ຕາງໜ້າ​ສູນ​ກາງ​ສະມາຄົມ​ອະ​ດີດຊາວ​ໜຸ່ມ​ຕະລຸມບອນ, ພ້ອມ​ກັບ​ຊາວ​ໜຸ່ມ​ຕະລຸມບອນ ​ແລະ ສະມາຊິກ​ຊາວ​ໜຸ່ມ​ນະຄອນ 2.000 ຄົນ.
        ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຜ່ານ 40 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ, ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ​ສະ​​ແດງ​ໃຫ້​ເຫັນ​ວ່າ​ນີ້​ແມ່ນ​ອົງການ​ເສດຖະກິດ - ສັງຄົມພິ​ເສດ​ສະ​ເພາະ, ມີ​ບົດບາດ​ການ​ເມືອງ​ສຳຄັນ, ປະຈັນບານ​ປະຕິບັດ​ບັນດາ​ໜ້າ​ທີ່​ພິ​ເສດສະ​ເພາະ​ໂດຍ​ນະຄອນ​ມອບໝາຍ​ໃຫ້, ພ້ອມ​ກັບ​ນະຄອນ​ແກ້​ໄຂບັນດາ​ບັນຫາ​ຂອງ​ປະຊາຊົນ. ທ່ານ ຫງວຽນ​ແທ່ງ​ຟອງ, ປະທານຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ​ໂຮ່ຈີ​ມິນ, ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຊາວ​ໜຸ່​ມຕະລຸມບອນ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຮູບຫຼາຍ​ແບບ​ກ່ວາ, ກຽມພ້ອມ​ຮັບ​ບັນດາ​ໜ້າ​ທີ່​ໃໝ່.
        ທ່ານ ​ເຈີ່ນ​ຟູ໋ລື້, ຫົວ​ໜ້າ​ຜູ​້ບັນຊາ​ການ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:
        “​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ​ຈະ​ຄົ້ນ​ຄ້ວາ, ສະ​ເໜີ​ຕໍ່​ນະຄອນ​ໃຫ້​ເຂົ້າ​ຮ່ວມ​ປະຕິບັດ​ບັນດາ​ລາຍການ​ບຸກທະລຸ​ຕິດ​ພັນ​ກັບ​ການ​ສ້າງ​ແບບ​ແຜນ​ດຳລົງ​ຊີວິດ​ສິວິ​ໄລ, ສ້າງ​ຄວາມ​ສວຍ​ງາມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ​້​ນະຄອນ. ພິ​ເສດ, ​ໃນວຽກ​ງານ​ສົມທົບ​ກັນ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ພວກ​ຂ້າພະ​ເຈົ້າຈະ​ຊຸກ​ຍູ້​ການຄົ້ນ​ຄ້ວາ​ສ້າງ​ຕັ້ງ​ບັນດາ​ຖັນ​ແຖວ​ຊາວ​ໜຸ່ມ​ຕະລຸມບອນ​ຢູ່​ບັນດາ​ເມື​ອງຈຸດສຸມ​ເພື່ອ​ສົມທົບ​ກັນກັບ​ກຳລັງ​ອື່ນໆ​ໃນ​ໄລຍະ​ຈະ​ມ​າ​ເຖິງ.”
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top