• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈືອງເຕີ້ນຊາງ ລົງອວຍພອນປີໃໝ່ກຳມະກອນຢູ່ແຂວງບາເຣັ້ຍ - ວຸ້ງເຕົາ

ປະທານປະເທດ ເຈືອງເຕີ້ນຊາງ ລົງອວຍພອນປີໃໝ່ ກຳມະກອນ
ຢູ່ແຂວງບາເຣັ້ຍ - ວຸ້ງເຕົາ
      ເນື່ອງໃນໂອກາດປີໃຫມ່,ປີ​ວອກ 2016, ຕອນ​ບ່າຍ​ວັນ​ທີ 9/2, ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້ໄປຢ້ຽມຢາມ ແລະ ອວຍພອນປີ​ໃໝ່​ ບັນ​ດາ​ກຳ​ມະ​ກອນ, ຜູ້​ອອກແຮງງານ ສັງ​ກັດ​ເຂດ​ອຸດ​ສາ​ຫະ​ກຳ ມີ້​ຊວນ A2 ທີ່ແຂວງບາ​ເຣັ້ຍ - ວຸ້ງ​ເຕົາ. ຢູ່​ທີ່ນີ້, ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ ແລະ ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ກຳ​ມະ​ກອນ​ຈຳ​ນວນ​ໜຶ່ງສັງ​ກັດ​ບໍ​ລິ​ສັດ​ຜະ​ລິດ​ໜັງ Prime Asia ຫວຽດ​ນາມ.
ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້ສະແດງ ຄວາມເຫັນອົກ ເຫັນໃຈ ແລະ ລະ​ດົມກໍາລັງໃຈແກ່​ກຳ​ມະ​ກອນ. ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງຊົມ​ເຊີຍ​ບັນ​ດານັກລົງທຶນທີ່ໄດ້​ໃຫ້ການກໍ່ສ້າງຫໍພັກເພື່ອ​ຊ່ວຍ​ກຳ​ມະ​ກອນ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ.
 (​ແຫຼ່ງຄັດ​ຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top