• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນທົ່ວປະເທດຕ້ອນຮັບ ປີໃໝ່ປະຈຳຊາດ ປີວອກ 2016 ຢ່າງຟົດຟື້ນມ່ວນຊື່ນ

ການ​ຍິງບັ້ງ​ໄຟ​ດອກຢູ່​ຮ່າ​ໂນ້ຍ
            ບັນ​​ຍາ​ກາດ​ຕ້ອນ​ຮັບຈຸດ​ເວ​ລາ​ສົ່ງ​ທ້າ​ຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ປີ​ວອກ 2016 ໄດ້​ມີ​ຂຶ້ນ​ໃນ​ທ່າມ​ກາງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຢູ່​ທົ່ວ​ປະ​ເທດ. ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ໄດ້​ເຕົົ້າ​ໂຮມ​ກັນ​​ນັ່ງ​ອ້ອມ​ພາ​ເຂົ້າໃນ​ຄອບ​ຄົວ, ຊາວ​ຮ່າ​ໂນ້ຍ​ກໍ​ຄື​ຊາວ​ນະ​ຄອນ​ໂຮ່​ຈິ​ມິນ​ທັງຫຼາຍ​ໄດ້​ພາ​ກັນຫຼັ່ງ​ໄຫຼ​ອອກ​ສູ່​ຖະ​ໜົນ​ສາຍ​ຕ່າງໆ​ເພື່ອ​ຮັບ​ຊົມ​ການ​ຍິງບັ້ງ​ໄຟ​ດອກ. ນາງ​ຝ້າມ​ທິ​ເຫ້ວ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ໄດ້​ກັບ​ມາຕ້ອນ​ຮັບບຸນ​ເຕັດ​ຢູ່​ຫວຽດ​ນາມ​ໃຫ້​ຮູ້​ວ່າ :
    “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບ້ານ​ເມືອງ​ຢູ່​ຫວຽດ​ນາມ​ງາມຫຼາຍ, ມີ​ພະ​ລັງ​ຊີ​ວິດ​ໃໝ່. ເຮົາ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ຈະ​ພັດ​ທະ​ນາ​ດີ​ຂຶ້ນ​ເປັນ​ກ້າວໆ. ນີ້​ແມ່ນ​ປີ​ທີ່​ໂຊກ​ດີ​ສຳ​ລັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ”
     ຢູ່​ເຂດ​ໄຕງວຽນ, ຊາວ​ດັກ​ລັກ​ຕ້ອນຮັບ ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016 ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ມີ​ຄວ​າມ​ປະ​ຢັດ. ອ້າຍ​ຝ້າມ​ແອງ​ຕ້ວນ ຢູ່​ນະ​ຄອນບວນ​ມາ​ທວດ ໃຫ້​ຮູ້​ວ່າ : 
   “ ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຂ້າ​ພະ​ເຈົ້າກໍ​ໄປ​ຮອດ​ສະ​ໜາ​ມຫຼວງ 10/3 ເພື່ອຕ້ອນ​ຮັບຈຸດ​ເວ​ລາ​ສົ່ງ​ທ້າ​ຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ປີ​ວອກ 2016. ທຸກໆ​ຄົນ​ຕ່າງ​ກໍ​ເບີກ​ບານ​ມ່ວນ​ຊື່ນ​ເມື່ອ​ລະ​ດູ​ບານ​ໃໝ່​ວ​ຽນ​ມາ”​.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top