• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ

      ມີ 203 ທ່ານອອກສະໝັກຮັບເລືອກຕັ້ງໂດຍສູນກາງແນະນຳ; 655 ທ່ານໂດຍທ້ອງຖິ່ນແນະນຳ, ເຊິ່ງບັນລຸອັດຕາຜູ້ອອກສະໝັກຮັບເລືອກຕັ້ງ 1,74 ທ່ານຕໍ່ກັບຜູ້ທີ່ໄດ້ຮັບການເລືອກຕັ້ງທ່ານໜຶ່ງ.
(ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸຍວັນເກື່ອງ)
      ທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 27 ເມສາ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ປະກາດບັນຊີລາຍຊື່ 868 ທ່ານອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ຢູ່ 184 ຫົວໜ່ວຍເລືອກຕັ້ງໃນທົ່ວປະເທດ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ XV ຈຳນວນ 500 ທ່ານ. ໃນນັ້ນມີ 203 ທ່ານອອກສະໝັກຮັບເລືອກຕັ້ງໂດຍສູນກາງແນະນຳ; 655 ທ່ານໂດຍທ້ອງຖິ່ນແນະນຳ, ເຊິ່ງບັນລຸອັດຕາຜູ້ອອກສະໝັກຮັບເລືອກຕັ້ງ 1,74 ທ່ານຕໍ່ກັບຜູ້ທີ່ໄດ້ຮັບການເລືອກຕັ້ງທ່ານໜຶ່ງ. ຜູ້ອອກສະໝັກຮັບເລືອກຕັ້ງເພດຍິງມີ 393 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງເປັນຊາວເຜົ່າສ່ວນໜ້ອຍແມ່ນ 185 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງບໍ່ເປັນສະມາຊິກພັກແມ່ນ 74 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງຄືນ ເຊິ່ງແມ່ນສະມາຊິກສະພາແຫ່ງຊາດຊຸດທີ XIV 205 ທ່ານ. ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດມີອາຍຸສະເລ່ຍແມ່ນ 46 ປີ.
        ໃນບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານມີຜູ້ອອກສະໝັກເລືອກຕັ້ງເອງຈຳນວນ 9 ທ່ານ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top