22/05/2020 21:32 GMT+7 Email Print Like 0

ປອ. ຫງວຽນທຽນຕ້າວ-ຜູ້ຊ່ຽວຊານ ແຖວໜ້າ ໃນການຄົ້ນຄວ້າ ກ່ຽວກັບ ງູພິດ ຢູ່ ຫວຽດນາມ

ປອ ຫງວຽນທຽນຕ້າວ, ຫົວໜ້າຫ້ອງການ ອະນຸລັກຮັກສາ, ຫໍພິພິທະ ພັນ ທຳມະຊາດ ຫວຽດນາມ ທ່ີໄດ້ທຳການ ຄົ້ນຄວ້າ ກ່ຽວກັບ ງູ ໃນ ຊ່ວງເວລາ ກວ່າ 15 ປີ ໄດ້ມີຜົນງານຢ່າງຫຼວງຫຼາຍ ໃນການສະໜັບສະໜູນ ສາທາລະນະສຸກ ຫວຽດນາມ ຜະລິດ ເຊຣອມ ເພື່ອ ປິ່ນປົວ ຜູ້ຄົນ ຍ້ອນຖືກງູກັດ. ປອ ຫງວຽນທຽນຕ້າວ ເປັນ ນັກວິທະ ຍາສາດໜຸ່ມ ຂອງ ຫວຽດນາມ ໄດ້ຮັບເລືອກ ເປັນສະມາຊິກໜຸ່ມ ຂອງ ສະພາບັນດິດ ວິທະຍາສາດໂລກ ອາຍຸການ 2018-2022 ໃນກອງປະຊຸມ ຄົບຄະນະ ຄັ້ງທີ 28, ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງ ສະພາບັນດິດ ວິທະ ຍາສາດໂລກ 2018 ຢູ່ປະເທດ ອີຕາລີ. 
ຈາກຕົວແບບ ພິດງູ ນັບຫຼາຍພັນຊະນິດ ໄດ້ບັນຈຸເຕັມຕູ້ ໃນຫຼອດແກ້ວ ຢູ່ຫ້ອງທົດລອງ ຂອງ ປອ ຫງວຽນທຽນຕ້າວ ຢູ່ຫໍພິພິທະພັນ ທຳມະຊາດ ຊຶ່ງຖືວ່າເປັນ ຫໍພິພິທະພັນ ຕົວແບບ ທີ່ຫຼາກຫຼາຍ ແຫ່ງໜຶ່ງ ຕໍ່ການຄົ້ນຄວ້າ ກ່ຽວກັບ ງູ ທີ່ ຫວຽດນາມ. ມີປະມານ 200 ຕົວແບບ ກ່ຽວກັບປະເພດງູ, ພິດງູ ທີ່ໄດ້ເກັບໂຮມມາຍັງທີ່ນີ້ ຈາກຜົນ ຂອງ ການໄປສຳຫຼວດ ພູມສາດຕົວຈິງ ນັບຫຼາຍຮ້ອຍຄັ້ງ ຢູ່ ທົ່ວທຸກ ເຂດປ່າ ຂອງ ຫວຽດນາມ ໃນຕະຫຼອດ ຊ່ວງເວລາ ທີ່ຢຶດໝັ້ນ ກັບອາຊີບ ຂອງ ທ່ານ ຕ້າວ.

ທ່ານ ຕ້າວ ເກີດເມື່ອປີ 1982, ເປັນຜູ້ມັກການ ຄົ້ນຄວ້າ ແຕ່ຄາວຍັງນ້ອຍ ກ່ຽວກັບປະເພດສັດເລືອຄານເຊ່ັນ: ງູ, ກົບ, ຂຽດ... ໃນສວນ ແລະ ທົ່ງນາ ຢູ່ອ້ອມຂ້າງ. ຄວາມຮັກທຳມະຊາດ ແລະ ຄວາມເມົາມົວ ກັບການຊອກຮູ້ ປະເພດງູ ໄດ້ສືບຕໍ່ພັດທະນາ ໃນເມື່ອທ່ານສືບຕໍ່ຮຽນ ສະເພາະຂະແໜງຊີວະສາດ (ມະຫາວິທະຍາໄລ ວິທະຍາສາດ ທໍາມະຊາດ, ຮ່າໂນ້ຍ) ກໍຄື ໃນເວລາຄົ້ນຄວ້າ ລົງເລິກ ກ່ຽວກັບງູ ໃນຕໍ່ໜ້າ. 


ປະຈຸບັນ ກຸ່ມຄົ້ນຄວ້າ ຂອງ ປອ ຫງວຽນທຽນຕ້າວ ຢູ່ ຫ້ອງການ ອະນຸລັກຮັກສາ ທຳມະຊາດ (ຫໍພິພິທະພັນ ທຳມະຊາດ ຫວຽດນາມ) ໄດ້ປະສານສົມທົບກັບ ສູນຕ້ານພິດ ໂຮງໝໍ ແບ໋ກມາຍ ຊຸກຍູ້ສົ່ງເສີມວຽກງານທີ່ກ່ຽວພັນເຖິງ ການຄົ້ນຄວ້າ ຜະລິດ ເຊຣອມ ຕ້ານພິດງູ. ພາບ: ຫວຽດເກື່ອງ

ປອ ຫງວຽນທຽນຕ້າວ ໄດ້ຕີພິມບົດຂຽນ 100 ບົດ ລົງໃນ ໜັງສືພິມ,ວາລະສານ ສາກົນ ທີ່ມີຄຸນຄ່າ ຫຼາຍສະບັບ,
ໃນນັ້ນມີປະມານ 20-30 ບົດ ຄົ້ນຄວ້າ ກ່ຽວກັບ ງູ. ພາບ: ເອກະສານ



ປອ ຫງວຽນທຽນຕ້າວ ພ້ອມກັບເພື່ອນຮ່ວມງານ ຍີ່ປຸ່ນ ທີ່ມະຫາ ວິທະຍາໄລ ໂຕກຽວ ແລກປ່ຽນປະສົບການ
ໃນວຽກງານ ຄົ້ນຄວ້າ ຂໍ້ມູນຂ່າວສານ ກ່ຽວກັບປະເພດ ງູພິດ. ພາບ: ເອກະສານ


ຕົວແບບ ພິດງູ ເປັນຈໍານວນຫຼວງຫຼາຍໃນຕູ້, ຫຼອດແກ້ວ, ຢູ່ໃນຫ້ອງ ທົດລອງ ຂອງ ປອ ຫງວຽນທຽນຕ້າວ ຢູ່ຫໍພິພິທະພັນ ທຳມະຊາດ. ພາບ: ຫວຽດເກື່ອງ
 
ຫວຽດນາມ ມີງູຫຼາຍປະເພດ, ໃນນັ້ນມີປະເພດງູພິດ ເຊັ່ນ: ງູ ຈົງອາງ, ງູກ້ານປ້ອງ, ງູຂຽວ... ຖ້າໃຜຖືກ ປະເພດງູ ເຫົ່ຼານີ້ກັດ ກໍອາດເຖິງຕາຍ ໃນທັນທີ. ແຕ່ລະປີ ມີກວ່າ 300.000 ຄົນ ຖືກງູພິດກັດ ແລະ ການປິ່ນປົວ ຢູ່ຕາມໂຮງໝໍ ແມ່ນຕ້ອງ ສິ້ນເປືອງເງິນຢ່າງຫຼວງຫຼາຍ. ດ້ວຍເຫດນັ້ນ, ການຄົ້ນຄວ້າ ກ່ຽວກັບງູ, ພິເສດແມ່ນວຽກງານສະກັດພິດຮ້າຍຂອງ ງູ ເພື່ອຜະລິດ ເປັນເຊຣອມ ໄດ້ດຳເນີນ ຢູ່ ໃນ 100 ປະເທດ ທົ່ວໂລກ, ໃນນັ້ນມີຫວຽດນາມ. 

ປະຈຸບັນ, ປອ ຫງວຽນທຽນຕ້າວ ໄດ້ມີບົດຂຽນ 100 ບົດ ລົງໃນໜັງສືພິມ ສາກົນ ກັບ 30 ບົດຄົ້ນຄວ້າ ລົງເລິກກ່ຽວກັບ ງູ. ບັນດາກິດຈະການ ຄົ້ນຄວ້າ ຕ່າງໆ ກ່ຽວກັບ ງູ ຂອງ ທ່ານ ໄດ້ຮັບການແນະນຳ ຢູ່ໃນງານສຳມະນາ ຫຼາຍຄັ້ງ ຢູ່ ຍີ່ປຸ່ນ, ສ ອາເມລິກາ ແລະ ໄດ້ວົງການນັກວິຊາການຕີລາຄາສູງ. ປະຈຸບັນ, ທ່ານ ເປັນ ຮສຈ ທີ່ຖືກເຊີນ ຈາກມະຫາວິທະຍາໄລ ໂຕກຽວ, ຍີ່ປຸ່ນ. 
ດ້ວຍຈຳນວນງູ ກວ່າ 200 ປະເພດ, ໃນນັ້ນປະມານ 25% ແມ່ນ ງູພິດ, ຫວຽດນາມ ໄດ້ປຸງແຕ່ງ ປະສົບຜົນສຳເລັດ ປະເພດ ເຊຣອມ ທີ່ສາມາດ ຕ້ານພິດຮ້າຍ ຂອງ ປະເພດ ງູເຫົ່າ, ງູຂຽວຫາງແຫ້ມ ແລະ ງູກະບາ, ແຕ່ກໍຕ້ອງນໍາເຂົ້າ ເຊຣອມ ເປັນສ່ວນຫຼາຍ... ການຜະລິດເຊຣອມ ເພື່ອເປັນເຈົ້າຕົນເອງ ໃນວຽກງານປິ່ນປົວ ຜູ້ທ່ີຖືກ ງູກັດ ຢູ່ ຫວຽດນາມ ແມ່ນຍຸດທະຍາດ ທີ່ຍາວນານ ຊຶ່ງກະຊວງ ສາທາລະນະສຸກ ໄດ້ມີແຜນນະໂຍບາຍ ປະຕິບັດ ໃນຫຼາຍປີ ຜ່ານມາ.

ປະຈຸບັນ, ສູນຕ້ານພິດ ໂຮງໝໍ ແບ໋ກມາຍ ກຳລັງຄົ້ນຄ້ວາ ໄລຍະ 3 ກ່ຽວກັບ ເຊຣອມ ຕ້ານພິດງູເຫົ່າ ແລະ ງູຂຽວ ເພື່ອນຳເຂົ້າສູ່ ວຽກງານ ປິ່ນປົວ ຜູ້ທ່ີຖືກ ງູພິດກັດ. ມີການຄົ້ນຄວ້າ ຜະລິດເຊຣອມ ຕ້ານພິດງູ ກັດ ປະສົບຜົນສຳເລັດ ແມ່ນຄວາມມຸ່ງຫວັງ ຂອງປອ ຫງວຽນທຽນຕ້າວ ຊຶ່ງໄດ້ປະສານສົມທົບ ກັບ ສູນຕ້ານພິດ ໂຮງໝໍ ແບ໋ກມາຍ ປະຕິບັດມາແຕ່ປີ 2014. ທ່ານ ກຳລັງສຸມໃສ່ ແລະ ລະດົມທຸກກຳລັງແຮງ ເພື່ອກຳນົດໃຫ້ຊັດເຈນ ປະເພດງູພິດ, ແຫຼ່ງສະໜອງ ພິດ ງູ ທີ່ໝັ້ນຄົງ ແລະ ເບື້ອງຕົ້ນສ້າງຂັ້ນຕອນການຜະລິດ ໃນຫ້ອງທົດລອງ.

ແຕ່ລະມື້, ພະແນກຕ້ານພິດໂຮງໝໍ ແບກມາຍ ຍັງຄົງສົ່ງບັນດາ ຕົວແບບ ຂອງຄົນຖືກງູກັດ ເພື່ອໃຫ້ ປອ ຫງວຽນທຽນຕ້າວ ຕີລາຄາ, ໜູນຊ່ວຍ ບັນດາທ່ານໝໍ ປິ່ນປົວໃຫ້ຄົນເຈັບໄດ້ດີທີ່ສຸດ. ທ່ານ ຕ້າວ ມີຫຼາຍເທື່ອໄດ້ ໄປຍັງໂຮງໝໍ ພ້ອມກັບບັນດາ ທ່ານໝໍ ບົ່ງມະຕິເມື່ອຄົນເຈັບຖືກງູກັດ ເຂົ້າໂຮງໝໍ ສຸກເສີນ ໃນສະພາບອັນຕະລາຍສຸດຂີດ. ຫຼັງຈາກການຄົ້ນຄວ້າ ຈາກພູມສາດຕົວຈິງ ເຖິງ ຕົວແບບ ຂອງຄົນເຈັບຖືກງູກັດ ມາເປັນ ເວລາຫຼາຍປີ, ປອ ຫງວຽນທຽນຕ້າງ ໄດ້ສ້າງໄດ້ພື້ນຖານຂໍ້ມູນ ເບື້ອງຕົ້ນ ກ່ຽວກັບລະບາດ ວິທະຍາ ງູພິດ ແລະ ກຳນົດໄດ້ປະເພດງູພິດ ທີ່ມັກພົບເຫັນ ເພື່ອມີພື້ນຖານວິທະຍາສາດ ອັນສຳຄັນ ຮັບໃຊ້ໃຫ້ແກ່ວຽກ ງານ ຄົ້ນຄວ້າ ປະດິດສ້າງອອກ ເຊຣອມ ຕ້ານພິດຮ້າຍ ຂອງງູ.



ປອ ຫງວຽນທຽນຕ້າວ ແລະ ກຸ່ມນັກຊ່ຽວຊານສານກົນ ໄປ ສຳຫຼວດ ພູມພາບຕົວຈິງ ເພື່ອເກັບກໍາ ງູ ປະເພດຕ່າງໆ ຢູ່ຫວຽດ ນາມ. ພາບ: ເອກະສານ


ປອ ຫງວຽນທຽນຕ້າວ ໃນຄັ້ງໄປສຳຫຼວດສະພາບຕົວຈິງ ຢູ່ຫວຽດ ນາມ. ພາບ: ເອກະສານ


ເປັນເວລາກວ່າ 15 ປີ, ປອ ຫງວຽນທຽນຕ້າວ ໄດ້ທໍາການ ສຳຫຼວດ ສະພາບຕົວຈິງ ຫຼາຍຄັ້ງ ພ້ອມກັບເພື່ອນ ຮ່ວມງານ ຢູ່ ພາຍໃນ ແລະ ຕ່າງປະເທດ ແນໃສ່ຄົ້ນຄວ້າ
ກ່ຽວກັບງູ ປະເພດຕ່າງໆ, ເພື່ອຮັບໃຊ້ ວຽກງານປິ່ນປົວ ເມື່ອຖືກ ງູກັດ. ພາບ: ເອກະສານ



ປອ ຫງວຽນທຽນຕ້າວ ເກັບຕົວຢ່າງ ພິດງູ ເພື່ອການຄົ້ນຄວ້າ ຜະລິດ ເຊຣອມ ຕ້ານພິດງູ. ພາບ: ເອກະສານ


ປອ ຫງວຽນທຽນຕ້າວ ໄດ້ໄປສຳຫຼວດພູມພາບຕົວຈິງ ຫຼາຍຄັ້ງ ຢູ່ ຫວຽດນາມ, ສປປ ລາວ ແລະ ສປ ຈີນ. ພາບ: ເອກະສານ
 
ບັນດາການຄົ້ນຄວ້າລົງເລິກຂອງ ປອ ຫງວຽນທຽນຕ້າວ ສາມາດ ເລືອກເຟັ້ນໄດ້ງູ ປະເພດທົ່ວໄປຈຳນວນໜຶ່ງ. ທ່ານໄດ້ ສ້າງຂໍ້ມູນ ກ່ຽວກັບຮູບພາບ ແລະ ຈັດແບ່ງລະອຽດ ແຕ່ລະປະເພດງູ ຢູ່ ຫວຽດນາມ. ບັນດາຮູບພາບ ກ່ຽວກັບ ງູ ກໍຄື ຂະບວນວິວັດແຫ່ງການເອົາ ພິດງູ ຕ່າງກໍໄດ້ ຕົວເອງທ່ານ ແລະ ກຸ່ມນັກຊ່ຽວຊານ ສາກົນເປັນຜູ້ປະຕິບັດ ຊຶ່ງຜູ້ໄດ້ໃຫ້ການໜູນຊ່ວຍ ທ່ານ ຢ່າງສຸດອົກສຸດໃຈ ນັ້ນ ແມ່ນ ສາດສະດາຈານ ນ.ໂອ ເຣີ ລົບ (ສະພາບັນດິດວິທະຍາສາດ ລັດເຊຍ). ນີ້ໄດ້ຖືວ່າ ເປັນບັນດາ ຮູບພາບ ກ່ຽວກັບງູ ສະບັບ ລິຂະສິດໜຶ່ງດຽວ ທີ່ ຫວຽດນາມ ດ້ວຍບັນດາຮູບພາບທີ່ບໍ່່ຄ່ອຍຖ່າຍຮູບໄດ້ງ່າຍ ກ່ຽວກັບງູ ແລະ ປະເພດສັດປ່າ ໃນທຳມະຊາດ.

ປອ ຫງວຽນທຽນຕ້າວ ເປັນນັກວິທະຍາສາດໜຸ່ມຄົນທຳອິດ ຂອງ ຫວຽດນາມ ໃນຂົງເຂດຊີວະວິທະຍາ ໄດ້ຮັບເລືອກເປັນ ສະມາຊິກ ຂອງ ສະພາບັນດິດ ວິທະຍາສາດໂລກ ອາຍຸການ 2018-2022. ໃນບັນດາເວທີປາໄສວິທະຍາສາດ ຄົ້ນຄວ້າ ກ່ຽວກັບງູ ແລະ ສັດປ່າ, ການບັນຍາຍ ຂອງ ປອ ຫງວຽນທຽນຕ້າວ ໄດ້ເປີດອອກ ໂອກາດຄວາມຮ່ວມມືໃໝ່ ໃນວຽກງານ ອະນຸລັກ ຄວາມຫຼາກຫຼາຍ ດ້ານ ຊີວະນາໆ ພັນ ຢູ່ ຫວຽດນາມ.

ປະຈຸບັນ, ປອ ຫງວຽນທຽນຕ້າວ ໄດ້ພ້ອມກັບກຸ່ມນັກວິທະຍາສາດ ສາກົນດຳເນີນ ການສຳຫຼວດພູມສາດຕົວຈິງ, ຄົ້ນຄວ້າ, ເກັບໂຮມຕົວແບບ ງູ ຢູ່ປ່າຫຼາຍແຫ່ງ ຂອງ ຫວຽດນາມ. ບັນດາຟີມຮູບເງົາ, ວີດີໂອ ແລະ ພາບຖ່າຍຫຼາຍແຜ່ນ ທີ່ໄດ້ປະຕິບັດ ໃນການເດີນທາງຄັ້ງຕ່າງໆ ໄດ້ເປັນແຫຼ່ງເອກະສານ ທີ່ມີຄ່າ, ໄດ້ຊ່ອງໂທລະພາບ National Geographic ຊື້ລິຂະສິດ ແລະ ເຊື້ອເຊີນ ປອ ຫງວຽນທຽນຕ້າວ ເປັນຜູ້ຜ່ານປະສົບການ ຕົວຈິງໃນຟີມຮູບເງົາ ດັ່ງກ່າວ. 


 
ປອ ຫງວຽນທຽນຕ້າວ ກັບກິດຈະການຄົ້ນຄວ້າ “ຄວາມຫຼາກຫຼາຍ ແລະ ອະນຸລັກຮັກສາປະເພດສັດ ມີກະດູກສັນຫຼັງ ຢູ່ ທະວີບອາຊີ” ໄດ້ຮັບລາງວັນ ວິທະຍາສາດ ເຕັກນິກ ຊາວໜຸ່ມ ໂລ້ໂລກຄຳ ຂອງ ສູນກາງຊາວໜຸ່ມ ປີ 2015. ນີ້ເປັນ ກິດຈະການ ໄດ້ນັກວິທະຍາສາດສາກົນ ຫຼາຍທ່ານ ສະເໜີ ຫຼາຍທີສຸດ ປີ 2015 (ຕາມ ຕີລາຄາ ຂອງ ສຳນັກຈຳໜ່າຍ BioO2, ສ ອາເມລິກາ). 

ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ບັນດາບົດທີ່ຖືກນຳສະເໜີ