• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບູນກາຣີ ຍາມໃດກໍ່ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ

      ຕອນເຊົ້າວັນທີ 28 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev
      ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ສະເໜີສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ແລະ ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ໃນການພົວພັນການຄ້າສອງຝ່າຍ, ທ່ານປະທານປະເທດຫວັງວ່າ ສອງຝ່າຍຈະດຳເນີນກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ແລະ ບູນກາຣີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ ດ້ວຍບັນດາໂຄງການຮ່ວມມືຢ່າງແທດຈິງ, ນຳວົງເງິນການຄ້າສອງປະເທດເພີ່ມຂຶ້ນໂດຍໄວ. ທ່ານປະທານປະເທດ ສະເໜີສອງຝ່າຍສົ່ງເສີມບັນດາຮາກຖານບຳລຸງສ້າງຂອງສອງປະເທດຮ່ວມມືໂດຍກົງ. ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະເປັນຂົວຕໍ່ໜູນຊ່ວຍ ບູນກາຣີ ແລະ ອີຢູ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ. ສ່ວນ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev ໃຫ້ຮູ້ວ່າ ຕົ້ນປີ 2018 ບູນກາຣີ ຈະດຳລົງຕຳແໜ່ງເປັນປະທານຜັດປ່ຽນສະຫະພາບເອີຣົບ ແລະ ບູນກາລີ ຍາມໃດກໍ່ຈະສະໜັບສະໜູນເພື່ອໃຫ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ ໄດ້ຮັບການລົງນາມໂດຍໄວ. ຝ່າຍ ບູນກາຣີ ກໍ່ປາຖະໜາວ່າ ຈະຮັບຕ້ອນ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໃນເວລາອັນໃກ້.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top