• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວເດີນສຳຄັນນັບທັງປະລິມານ ແລະ ຄຸນນະພາບໃນການພົວພັນລະຫວ່າງຫວຽດນາມ-ບຣູໄນ

ຕອນຄ່ຳວັນທີ 27 ມີນາ, ຢູ່ສູນກອງປະຊຸມສາກົນ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ເປັນປະທານຈັດງານລ້ຽງຕ້ອນຮັບ ກະສັດບຣູໄນ Haji Hassanal Bolkiah ທີ່ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ.

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ  ກ່າວຄຳເຫັນທີ່ງານລ້ຽງ)

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຖືວ່າ, ການຢ້ຽມຢາມຂອງກະສັດບຣູໄນ ໃນຄັ້ງນີ້ໄດ້ສ້າງຂີດໝາຍໃໝ່ໃນການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າ, ເຫດການຫວຽດນາມ ເຂົ້າເປັນສະມາຊິກທີ 7 ຂອງອາຊຽນ ຢ່າງເປັນທາງການ ເຊິ່ງໄດ້ຈັດຕັ້ງຢູ່ບຣູໄນ ເມື່ອປີ 1995 ນັ້ນໄດ້ສ້າງຂີດໝາຍສຳຄັນໃນປະຫວັດສາດຂອງການພັດທະນາການພົວພັນທາງການທູດລະຫວ່າງ 2 ປະເທດເວົ້າສະເພາະ ແລະ ການພົວພັນລະຫວ່າງອາຊຽນ - ຫວຽດນາມ ເວົ້າລວມ, ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຍົກການພົວພັນມິດຕະພາບ ແລະ ການຮ່ວມມືກັບບຣູໄນ, ໃຫ້ຂຶ້ນສູ່ລະດັບສູງໃໝ່ຖືນີ້ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.

        “ໃນຕະຫຼອດໄລຍະທາງເກືອບ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ພາກພື້ນ ແລະ ໃນໂລກເຖິງວ່າມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງຫວຽດນາມ - ບຣູໄນ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນງານຫຼາຍຢ່າງໃນບັນດາຂົງເຂດເສດຖະກິດ, ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ… ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ບຣູໄນ ໃນຄັ້ງນີ້ ແມ່ນບາດກ້າວເດີນສຳຄັນທີ່ສຸດ, ໄດ້ສ້າງຂີດໝາຍນັບທັງປະລິມານ ແລະ ຄຸນນະພາບໃນການພົວພັນ 2 ຝ່າຍ, ສະແດງໃຫ້ເຫັນຄວາມຕັດສິນໃຈລວມຂອງການນຳຂັ້ນສູງ 2 ປະເທດ ໃນເລື່ອງນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເໝາະສົມກັບທ່າອ່ຽງລວມຂອງພາກພື້ນ ແລະ ສາກົນ”.

        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລ້ວ, ຫວຽດນາມ - ບຣູໄນ ບໍ່ພຽງແຕ່ຮ່ວມມືໃນຂົງເຂດ 2 ຝ່າຍເທົ່ານັ້ນ, ຫາກຍັງສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍບັນດາຫາພາກພື້ນ ແລະ ສາກົນຫຼາຍຢ່າງເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດເປັນປະຈຳ, ໃນນັ້ນມີບັນຫາທະເລຕາເວັນອອກ, ຄວາມໝັ້ນຄົງທາງທະເລ, ການປ່ຽນແປງຂອງດິນຟ້າອາກາດ, ລັດທິການກໍ່ການຮ້າຍ, ການປະຕິວັດອຸດສາຫະກຳຄັ້ງທີ 4…

        ສ່ວນກະສັດບຣູໄນ Haji Hassanal Bolkiah ໃຫ້ຮູ້ວ່າ, ການພົວພັນລະຫວ່າງບຣູໄນ ແລະ ຫວຽດນາມ ພວມໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ໃນນັ້ນມີດ້ານພະລັງງານ, ການສຶກສາ, ກະສິກຳ ແລະ ທ່ອງທ່ຽວ, ໄດ້ສ້າງເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນ 2 ຝ່າຍ, ພ້ອມທັງປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ 2 ປະເທດ. ກະສັດ Haji Hassanal Bolkiah ກໍ່ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນການສ້າງ ແລະ ປັບປຸງໂຄງການດຳເນີນງານຂອງປະຊາຄົມອາຊຽນ ຢ່າງແໜ້ນແຟ້ນກວ່າອີກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top