• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ນັກ​ລົງ​ທຶນ EU ແລະ ສ.ເກົາຫຼີ​ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ສະຖາບັນຄົ້ນຄ້ວາ ການຄ້າສາກົນ ຂຶ້ນກັບ ສະຫະພັນການຄ້າສາກົນ ສ.ເກົາຫຼີ (KITA) ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ຈາກຕະຫຼາດທີ່ມີການລົງທຶນດູດດືມຢູ່ອາຊີຕາເວັນອອກສ່ຽງໃຕ້.
ການຜະລິດລົດໂອໂຕ ຢູ່ໂຮງງານ Ford ຢູ່ຫ໋າຍເຢືອງ (ພາບ: TTXVN)

ວັນທີ 13 ພຶດສະພາ, ເວັບໄຊ Vietnam Briefing ຂອງບໍລິສັດໃຫ້ຄຳປຶກສາການລົງທຶນຕ່າງປະເທດ Dezan Shira & Associates ໄດ້ລົງບົດໄຈ້ແຍກທ່າອ່ຽງການລົງທຶນ ຂອງ ສະຫະພາບ ເອີລົບ (EU) ເຂົ້າມາ ຫວຽດນາມໄດ້ເພີ່ມຂຶ້ນ ແລະ ເຫດຜົນຫວຽດນາມ ກາຍເປັນຄູ່ແຂ່ງ “ທີ່ແຮງກ້າ” ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ ເຂົ້າມາ ອາຊີຕາເວັນອອກສ່ຽງໃຕ້. ສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ມີຜົນສັກສິດ ໄດ້ຊ່ວຍເພີ່ມທະວີຄວາມສາມາດໃນການແກ້ງແຍ້ງລະຫວ່າງ ບັນດາຕະຫຼາດ EU ແລະ ຫວຽດນາມ. EVFTA ໝາຍຄວາມວ່ ພາສີອາກອນໄດ້ຫຼຸດລົງ ແລະ ບັນດາການພົວພັນທາງການຄ້າ ແລະ ການດຳເນີນທຸລະກິດເລິກເຊິ່ງກ່ວາ. ນີ້ແມ່ນໂອກາດອັນຍິ່ງໃຫຍ່ ໃຫ້ແກ່ບັນດາບໍລິສັດ EU ແລະ ເປີດກາລະໂອກາດໃນການຮ່ວມມືກັບຄູ່ຮ່ວມມື, ການໂອ້ລົມສົນທະນາ, ການຮ່ວມມື ແລະ ສ້າງການພົວພັນທີ່ແໜ້ນແຟ້ນກ່ວາ ກັບພາກພື້ນ ອາຊີຕາວັນອອກສ່ຽງໃຕ້. ໃນຂະນັ້ນ, ການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU ຈະສ້າງຄວາມສະດວກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນໃຫ້ແກ່ວິສາຫະກິດທັງສອງຝ່າຍ.

ແລະກໍ່ໃນວັນດຽວກັນ, ສະຖາບັນຄົ້ນຄ້ວາ ການຄ້າສາກົນ ຂຶ້ນກັບ ສະຫະພັນການຄ້າສາກົນ ສ.ເກົາຫຼີ (KITA) ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ຈາກຕະຫຼາດທີ່ມີການລົງທຶນດູດດືມຢູ່ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top