• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດານັກຊ່ຽວຊານ ກ່າວປະນາມວ່າ ຈີນລະເມີດກົດໝາຍສາກົນ ຢູ່ທະເລຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ

      ຕອນຄໍ່າວັນທີ 19 ກັນຍາ, ຢູ່ສໍານັກງານສະຖາບັນພົວພັນສາກົນ Praha (IIR) ຂຶ້ນກັບກະຊວງການຕ່າງປະເທດ ເຊັກໂກ ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ”. ກອງປະຊຸມດັ່ງກ່າວ ໂດຍ IIR ສົມທົບກັບມະຫາວິທະຍາໄລ Palacky Olomous (Czech) ຈັດຕັ້ງຂຶ້ນ.

ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ” (ພາບ: TTXVN )
      ໃນບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານປະລິນຍາເອກ Bill Hayton ຊ່ຽວຊານຂັ້ນສູງສັງກັດໂຄງການອາຊີ - ປາຊີຟິກ, ສະຖາບັນ Chatham House (ອັງກິດ) ຖືວ່າ ເລື່ອງຈີນ ນໍາກໍ່າປັ່ນສໍາຫຼວດໄຮ້ຢາງ  8  ດ້ວຍການປ້ອງກັນຂອງກໍ່າປັ່ນຕໍາຫຼວດທະເລເຂົ້າເຂດເສດຖະກິດພິເສດຂອງ ຫວຽດນາມ (EEZ) ໄດ້ໃຫ້ເຫັນວ່າ  ຈີນ ໄດ້ນໍາໃຊ້ກໍາລັງແຮງຂອງປະເທດໃຫຍ່ ເພື່ອນາບຂູ່ ແລະ ບີບບັງຄັບບັນດາປະເທດໃນພາກພື້ນ ຍົກເລີກອໍານາດອະທິປະໄຕ ແລະ ສິດອໍານາດສານ ກໍຄືຜົນປະໂຫຍດອັນຊອບທໍາຂອງຕົນ. ນີ້ແມ່ນການກະທໍາລະເມີດກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສະຫະພາບ ເອີຣົບ ຄວນເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກຫຼາຍກວ່າອີກ ເພື່ອສະກັດກັ້ນເລື່ອງກົດໝາຍສາກົນຖືກທໍາລາຍ.
        ໃນຂອບເຂດກອງປະຊຸມ, ທ່ານປະລິນຍາເອກ Takashi Hosoda ນັກຊ່ຽວຊານຄົ້ນຄວ້າ ກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ ຂຶ້ນກັບມະຫາວິທະຍາໄລ ສັງລວມ Charles (ເຊັກໂກ) ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ເຄັ່ງຕຶງໃນປັດຈຸບັນຢູ່ທະເລຕາເວັນອອກ ທີ່ໄດ້ນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ທ່ານເນັ້ນໜັກວ່າ ບັນດາການກະທໍາ ພຽງລັງພັງຝ່າຍດຽວຂອງ ຈີນ ໄດ້ເຮັດໃຫ້ເພີ່ມຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ທ່ານກໍເນັ້ນໜັກຕື່ມອີກວ່າ ຈີນ ຕ້ອງເຄົາລົບປະຕິບັດຕາມກົດໝາຍ ແລະ ບັນດາມາດຕະຖານລວມຂອງສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top