ຂ່າວສານ
ບັນດາທ້ອງຖິ່ນ, ຫົວໜ່ວຍເບິ່ງແຍງບັນດາຄອບຄົວນະໂຍບາຍ, ພໍ່ແມ່ພີ່ນ້ອງຊົນເຜົ່າ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດ

ເຫດຝົກຕົກພາຍຸ, ດິນເຊາະເຈື່ອນ ທີ່ເກີດຂຶ້ນໃນປີ 2021 ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນບັນດາເມືອງຢູ່ເຂດພູດອຍແຂວງກ໋ວາງນາມ. ການຮ່ວມແຮງຮ່ວມໃຈແບ່ງປັນຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນໃນທົ່ວປະເທດໄດ້ຊ່ວຍໃຫ້ປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.
ເນື່ອງໃນໂອກາດບຸນເຕັດຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ນະຄອນໂຮ່ຈີມິນ ໄດ້ມອບເຮືອນແຫ່ງຄວາມຮັກແພງ 6 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ ໃນບໍລິເວນເມື່ອວັນທີ 5 ກຸມພາອັນໄດ້ ນຳຄວາມເບິກບານມ່ວນຊື່ນມາໃຫ້ບັນດາຄອບຄົວໃນ ຍາມບຸນເຕັດປີສະຫຼຸທີ່ໃກ້ຈະວຽນມາແລ້ວ.ວັນທີ 5 ກຸມພາ, ປ້ອມທະຫານປ້ອງກັນຊາຍແດນ ຫ໋າຍເວິນ (ເມືອງ ລຽນຈ໋ຽວ, ນະຄອນດ່ານັ້ງ) ໄດ້ສົມທົບກັບສະຫະພັນແມ່ຍິງເມືອງ ລຽນຈ໋ຽວ ຈັດຕັ້ງ “ວັນບຸນຫໍ່ເຂົ້າຕົ້ມ ແລະ ລະດູບາມໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ”. ນີ້ແມ່ນໂອກາດເພື່ອຮັດແໜ້ນນ້ຳໃຈຄວາມຮັກແພງລະຫວ່າງ ທະຫານ ແລະ ປະຊາຊົນ, ອັນໄດ້ນຳບຸນເຕັດປີສະຫຼູ 2021 ຄວາມຮັກແພງມາ ໃຫ້ບັນດານັກຮົບເຂດຊາຍແດນ ແລະ ບັນດາຄອບຄົວປະສົມກັບຄວາມຫຍຸ້ງຍາກ.
ແລະກໍ່ໃນຕອນບ່າຍວັນທ 5 ກຸມພາ, ຢູ່ເດີນຫໍພີພີທະພັນ ໂຮ້ນອານ, ແຂວງກ໋ວາງນາມໄດ້ຈັດໃຫ້ມີ “ງານຕະຫຼາດນັດດັ້ງເດີນ ບໍ່ເສຍຄ່າ” ໂດຍກຸ່ມນັກອາສາສະໝັກເຄື່ອນໄຫວເພື່ອການກຸສົນ ສົດໃສ ແລະ ສະຫະພັນລົດທ່ອງທ່ຽວນະຄອນ ໂຮ້ຍອານ ຈັດຕັ້ງ. ງານຕະຫຼາດນັ້ນໄດ້ດຳເນີນໃນລະຫວ່າງ ວັນທີ 24 – 25 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ໂດຍມີຂອງຂວັນ 1000 ພູດ ທີ່ໄດ້ມອບໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຍ້ອນຜົນສະທົບຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດ, ພາຍຸນ້ຳຖ້ວມໃນປີ 2020 ທີຜ່ານມາ.
(ແຫຼ່ງຄັດຈາກ VOV)