• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມື

      ຕອນບ່າຍວັນທີ 16 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ໃນໃຫ້ການຕ້ອນຮັບ ທ່ານ Mitazono Satoshi ເຈົ້າແຂວງໆ Kagoshima (ປະເທດຍີ່ປຸ່ນ), ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ໃນການເຊື່ອມຕໍ່ເພື່ອໃຫ້ມີຖ້ຽວບິນໂດຍກົງໄປຍັງແຂວງ Kagoshima. 

ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຫ້ການຕ້ອນຮັບ ທ່ານ Mitazono Satoshi ເຈົ້າແຂວງໆ Kagoshima
(ປະເທດຍີ່ປຸ່ນ) (ພາບ: VGP)
      ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງປັນຄວາມເສຍຫາຍຂອງປະຊາຊົນຍີ່ປຸ່ນທີ່ຖືກຜົນກະທົບຈາກພາຍຸHabigisທີ່ຜ່ານມາ; ແລະຊີ້ແຈ້ງວ່າຫວຽດນາມແລະຍີ່ປຸ່ນແມ່ນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ, ສະໜິດຕິດພັນບໍ່ພຽງແຕ່ຂັ້ນລັດຖະບານເທົ່ານັ້ນຫາກນັບທັງຂັ້ນທ້ອງຖິ່ນອີກດ້ວຍ, ໃນນັ້ນ, ມີແຂວງKagoshima. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກມີຄວາມປາດຖະໜາວ່າ: ແຂວງKagoshimaຈະຊຸກຍູ້ຢ່າງແຮງໃນການພົບປະແລກປ່ຽນປະຊາຊົນ, ພັດທະນາການທ່ອງທ່ຽວກັບບັນດາທ້ອງຖິ່ນຂອງ ຫວຽດນາມ.
        ສ່ວນທ່ານ Mitazono Satoshi ເຈົ້າແຂວງໆ Kagoshima ກໍ່ມີຄວາມປາດຖະໜາຢາກຍູ້ແຮງການຮ່ວມມືລະຫວ່າງແຂວງ Kagoshima ແລະຫວຽດນາມໃນຫຼາຍຂົງເຂດໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນ ຂົງເຂດກະສິກຳ. ທ່ານMitazono Satoshi ໃຫ້ຮູ້ວ່າ: ໃນການຢ້ຽມຢາມຫວຽດນາມໃນຄັ້ງນີ້, ຄະນະໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືກັບແຂວງ ຮ໊າຍເຢືອງກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດແລະເຕັກນິກດ້ານກະສິກຳ. ອຳນາດການປົກຄອງແຂວງຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ແກ່ຄົນຫວຽດນາມພວມຮ່ຳຮຽນ ແລະເຮັດວຽກຢູ່ ແຂວງKagoshima.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top