• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຂໍ້ລິເລີ່ມຂອງຫວຽດນາມ ສ້າງການເຊື່ອມຕໍ່ຢ່າງໜັກແໜ້ນໃນກຸ່ມອາຊຽນ

ຕອນບ່າຍວັນທີ 13 ມັງກອນ, ຢູ່ຮ້າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສິງກະໂປ Catherine Wong 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຜົນສຳເລັດ ໃນການພົວພັນທາງດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ແຕ່ຕາມທ່ານແລ້ວ, ລະດັບການຮ່ວມມືນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ ແລະ ນັບມື້ນັບມີກຸ່ມບໍລິສັດເຕັກໂນໂລຢີຫຼາຍແຫ່ງຂອງສິງກະໂປມາຊອກຮູ້ ແລະ ລົງທຶນຢູ່ຫວຽດນາມ, ຜ່ານນັ້ນ ກໍເປັນການຮັກສາອັນດັບໜຶ່ງກ່ຽວກັບການລົງທຶນຢູ່ຫວຽດນາມຂອງສິງກະໂປ.  

      ສ່ວນ ທ່ານນາງເອກອັກຄະລັດຖະທູດ ສິງກະໂປ Catherine Wong ຢືນຢັນວ່າ ຫວຽດນາມແມ່ນຕະຫຼາດທີ່ສຳຄັນຂອງສິງກະໂປ ແລະ ໃຫ້ຮູ້ວ່າ ບັນດານັກລົງທຶນສິງກະໂປ ພວມຊອກຫາກາລະໂອກາດມາລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດໃໝ່ຄື ນະວັດຕະກຳ, ນະຄອນອັດສະລິຍະ, ເລີ່ມຕົ້ນທຸລະກິດ. ນີ້ ແມ່ນບັນດາຂົງເຂດທີ່ອທດເໝາະກັບການໃຫ້ບຸລິມະສິດແກ່ການພັດທະນາຂອງລັດຖະບານຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top