• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ AMMW ຄັ້ງທີ 3

ກອງປະຊຸມປຶກສາຫາລື ຄັ້ງທີ 5 ລະຫວ່າງ ຄະນະກຳມະການແມ່ຍິງ ອາຊຽນ (ACW) ກັບຄະນະກຳມະການຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ ອາຊຽນ (ACWC) ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ ທີ່ຮ່າໂນ້ຍ.


ກອງປະຊຸມປຶກສາຫາລື ຄັ້ງທີ 5

(ພາບ: laodongxahoi)

ນີ້ແມ່ນກອງປະຊຸມປຶກສາຫາລືປະຈຳໄລຍະ ຄັ້ງທີ 5 ລະຫວ່າງ ສອງຄະນະກຳມະການ ຈັດໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບ ຄະນະເລຂາທິການ ອາຊຽນ, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວ ໃນຂອບເຂດກອງປະຊຸມຜູ້ນຳສະຫະພັນແມ່ຍິງ ອາຊຽນ (AMMW) ຄັ້ງທີ 3 ທີ່ ຫວຽດນາມ.

ທີ່ກອງປະຊຸມ, ຜູ້ແທນ ACW ແລະ ACWC  ໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມື ໃນການປະຕິບັດ ແຜນການດຳເນີນງານພາກພື້ນ ກ່ຽວກັບການລົບລ້າງການຄວາມຮຸນແຮງ ຕໍ່ແມ່ຍິງ; ຖະແຫຼງການກ່ຽວກັບ ເລື່ອງຮັບປະກັນການ ຕອບສະໜອງ ເພດຍິງ - ຊາຍ ໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາເປົ້າໝາຍພັດທະນະແບບຍືນຍົງ ແລະ ຖະແຫຼງການຮ່ວມ ກ່ຽວກັບການຊຸກຍູ້ສົ່ງເສີມແມ່ຍິງ, ສັນຕິພາບ ແລະ ສະຖຽນລະພາບໃນ ອາຊຽນ.

ກໍ່ໃນວັນທີ 21 ຕຸລາ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາທິການ ອາຊຽນ ແລະ ອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ປະຈຳຫວຽດນາມ ໄດ້ຈັດການພົບປະສົນທະນາ ກ່ຽວກັບເພດ ຍິງ-ຊາຍ ແລະ ການຮັບຮູ້ຂອງວົງການສື່ມວນຊົນ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top