ບັນດາການນຳ G7 ຈັດກອງປະຊຸມສຸດຍອດ - ລັດເຊຍ ປະຕິເສດການສະເໜີກັບຄືນ G7
(ພາບປະກອບ: EPA)
ເຖິງວ່າ, ຫົວຂໍ້ຕົ້ນຕໍຂກວກອງປະຊຸມປີນີ້ລວມທັງການເພີ່ມທະວີການລົງທຶນ, ກໍຄືສ້າງວຽກເຮັດງານທຳເພື່ອຊຸກຍູ້ການເຕີບໂຕ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ແຕ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ ແລະ ບັນດາປະເທດພັນທະມິດຄາດວ່າ ຈະປົກຄຸມທັງ 2 ມື້ດຳເນີນຂອງກອງປະຊຸມ. ປະຈຸບັນ, ບັນດາປະເທດສະມາຊິກທີ່ຍັງເຫຼືອຂອງ G7 ລ້ວນແຕ່ຢືນຢັນວ່າ ຈະສະແດງໃຫ້ເຫັນຫຼັກໝັ້ນເດັດດ່ຽວກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນບັນດາວາລະປຶກສາຫາລື, ເຖິງວ່າຈະບໍ່ເຄັ່ງຕຶງຫຼາຍເກີນໄປ ຍ້ອນຄວາມວິຕົກກັງວົນກໍ່ຕາມ, ແຕ່ກໍ່ອາດຈະພາໄປເຖິງສົງຄາມດ້ານການຄ້າດ້ວຍຂອບຂະໜາດໃຫຍ່.
ມີບັນຫາໜຶ່ງອີກທີ່ພວມພົ້ນເດັ່ນຂຶ້ນຢູ່ກອງປະຊຸມ G7 ປີນີ້ ແມ່ນເລື່ອງອາເມລິກາ ໄດ້ຮຽກຮ້ອງຢຸດຕິເລື່ອງປັດເຂ່ຍລັດເຊຍ ອອກຈາກກຸ່ມດັ່ງກ່າວ, ພ້ອມທັງເນັ້ນໜັກເຖິງບົດບາດຂອງມົດສະກູ ຢູ່ບັນດາກອງປະຊຸມສຸດຍອດ G7. ກ່າວຄຳເຫັນຢູ່ນອກກອງປະຊຸມ, ທ່ານປະທານາທິບໍດີ Trump ຖືວ່າ ບັນດາປະເທດສະມາຊິກ G7 ຄວນສະເໜີໃຫ້ລັດເຊຍ ກັບຄືນສູ່ການເຂົ້າຮ່ວມ ຍ້ອນມີຄວາມຈຳເປັນຂອງມົດສະກູ ໃນການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ລັດເຊຍ ໄດ້ປະຕິເສດ ຄຳສະເໜີຮຽກຮ້ອງກັບຄືນສູ່ G7 ແລະ ຢືນຢັນວ່າ ມົດສະກູ ພວມສຸມໃສ່ເຂົ້າໃນບັນດາຂອບເຂດຮ່ວມມື ແລະ ການເຈລະຈາອື່ນ.
(ແຫຼ່ງຄັດຈາກ VOV)