• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າສູ່ໂລກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4

      ຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາ “ນຳວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າສູ່ໂລກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4”. 

ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 23 ຕຸລາ
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈີ່ນຫວີງຕ໋ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ:
        “ຍາມໃດ ນະຄອນ ໂຮ່ຈີມິນ ກໍ່ເປີດປະຕູເພື່ອຕ້ອນຮັບບັນດາການຮ່ວມມືລົງທຶນລະອຽດຂອງບັນດາວິສາຫະກິດຢູ່ພາຍໃນ, ຕ່າງປະເທດ ໃຫ້ແກ່ນະຄອນ. ພ້ອມກັນນັ້ນ, ປະກາດໃຊ້ບັນດານະໂຍບາຍທີ່ເໝາະສົມ ແລະ ໄປທັນກັບສະພາບຕົວຈິງແຫ່ງການພັດທະນາຂອງພື້ນຖານວິທະຍາສາດເຕັກໂນໂລຢີ, ເສດຖະກິດ ດີຈີຕອນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ທັງຢູ່ພາຍໃນ ແລະ ຕ່າງປະເທດໄປທັນກັບຄວາມກ້າວໜ້າຂອງການພັດທະນາຕະຫຼາດ.”
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top