• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປໃຫ້ພັດທະນາຢ່າງສະດວກ,ມີປະສິດທິຜົນ

      ຕອນທ່ຽງວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ຫໍສະພາແຫ່ງຊາດສິງກະໂປ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດສິງກະໂປ Tan Chuan Gin.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
ເຈລະຈາກັບທ່ານປະທານສະພາແຫ່ງຊາດສິງກະໂປ Tan Chuan Gin
(ພາບ: TTXVN)
      ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບສິງກະໂປ, ນຳການພົວພັນພັດທະນາຢ່າງສະດວກ, ມີປະສິດທິຜົນ. ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນສິງກະໂປ ປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2018, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ສິງກະໂປ ສົມທົບ, ແລກປ່ຽນກັບບັນດາປະເທດອາຊຽນ ເພື່ອຮັກສາຫຼັກໝັ້ນລວມ, ຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ.
        ຕີລາຄາສູງກ່ຽວກັບຫຼັກໝັ້ນຕັ້ງໜ້າຂອງສິງກະໂປ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ບົດບາດຂອງສິງກະໂປ ໃນການປະສານງານການພົວພັນອາຊຽນ - ຈີນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ສິງກະໂປ ດ້ວຍບົດບາດເປັນປະທານ ອາຊຽນ 2018, ສືບຕໍ່ມີທັດສະນະຢ່າງຕັ້ງໜ້າໃນບັນຫາທະເລຕາເວັນອອກ, ຊຸກຍູ້ການບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ສ້າງການພົວພັນຄູ່ຮ່ວມມືອາຊຽນ - ຈີນ ໃຫ້ພັດທະນາຢ່າງປອດໄສ ແລະ ໝັ້ນຄົງ.
        ຕີລາຄາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນຂົງເຂດຮ່ວມມືສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ເສີມຂະຫຍາຍບັນດາກົນໄກປຶກສາຫາລືຄວາມເຫັນ, ເຈລະຈາທີມີຢູ່ແລ້ວ, ໂດຍສະເພາະແມ່ນການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ພ້ອມທັງເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດໃໝ່.
        ກ່ຽວກັບດ້ານເສດຖະກິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ເສີມຂະຫຍາຍບັນດາຜົນງານຮ່ວມມື, ພົ້ນເດັ່ນແມ່ນເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຂອງ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ເພື່ອມຸ່ງໄປເຖິງຄວາມດຸ່ນດ່ຽງໃນການພົວພັນດ້ານການຄ້າ 2 ປະເທດ, ສະເໜີໃຫ້ສິງກະໂປ ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມ ສົ່ງອອກໄປຍັງຕະຫຼາດສິງກະໂປ, ພິເສດແມ່ນກຸ່ມຜະລິດຕະພັນ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ທັນຍາຫານປຸ້ງແຕ່ງ, ເກີບໜັງ. ຫວຽດນາມ ສົ່ງເສີມບັນດາວິສາຫະກິດສິງກະໂປ ລົງທຶນເຂົ້າບັນດາຂົງເຂດພື້ນຖານໂຄງລ່າງທີ່ຈຳເປັນ; ຈຳກັດສິ່ງດເສດເຫຼືອ, ຄຸ້ມຄອງແຫຼ່ງນ້ຳ… 2 ປະເທດພິຈາລະນາເຈລະຈາ ເພື່ອກ້າວໄປເຖິງການລົງນາມໃນສັນຍາຮ່ວມມືແຮງງານລະຫວ່າງ 2 ປະເທດ ແລະ ໜູນຊ່ວຍລະດັບສີມືແຮງງານໃຫ້ຄົນງານຫວຽດນາມ…
        ກ່ຽວກັບການສຶກສາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ສິງກະໂປ ສືບຕໍ່ສະໜອງທຶນສຶກສາ ແລະ ເພີ່ມຈຳນວນທຶນສຶກສາໃຫ້ແກ່ນັກຮຽນ, ນັກສຶກສາຫວຽດນາມ; ປາດຖະໜາວ່າ ສິງກະໂປ ເອົາໃຈໃສ່ຮ່ວມມືໜູນຊ່ວຍໂຄງການປະຕິຮູບລະບົບສຶກສາຂອງຫວຽດນາມ ຢ່າງຮອບດ້ານ.
        ຫວຽດນາມ ປາດຖະໜາຮ່ວມມືຢ່າງແໜ້ນແຟ້ນກັບສິງກະໂປ ໃນການກະກຽມຜັນຂະຫຍາຍປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
        ທີ່ການເຈລະຈາ, 2 ຝ່າຍຖືວ່າ, ສະພາແຫ່ງຊາດ 2 ປະເທດຄວນສືບຕໍ່ເພີ່ມທະວີການຮ່ວມມື, ສຶບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາຄະນະກຳມະການວິຊາສະເພາະ, ພົບປະແລກປ່ຽນລັດຖະສະພາ 2 ປະເທດ. ທ່ານປະທານສະພາແຫ່ງຊາດ Tan Chuan Gin ໃຫ້ຄຳໝັ້ນສັນຍາວ່າ ສະພາແຫ່ງຊາດສິງກະໂປ ສືບຕໍ່ມີບັນດາການເຄື່ອນໄຫວເພື່ອປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ.
        ຕອນບ່າຍວັນທີ 28 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມສ.ສິງກະໂປ ເປັນທາງການຢ່າງຈົບງາມ ແລະ ເດີນທາງໄປຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ຕາມຄຳເຊີນຂອງສະພາແຫ່ງຊາດ ແລະ ລັດຖະບານອົດສະຕາລີ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top