• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລົດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ ອະນຸກຳມະການ​ເສດ​ຖະ​ກິດ - ສັງ​ຄົມ

ໂດຍກ່າວເຫັນທີ່ກອງປະຊຸມ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ກອງປະຊຸມສູນກາງພັກຄັ້ງທີ 11 ທີ່ຈັດຂຶ້ນໃນເດືອນ ຕູລາ ປີ 2019 ໄດ້ປະກອບຄຳເຫັນເພື່ອສ້າງຮ່າງບົດລາຍງານຂອງບັນດາອະນຸກຳມະການ ທີ່ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກໃຫ້ສົມບູນແບບ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)


ໃນນັ້ນມີບົດລາຍງານ 2 ບົດ ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ໄດ້ສະເໜີຕໍ່ສູນກາງ ແລະ ສູນກາງກໍ່ໄດ້ປະກອບຄຳເຫັນ, ຮັບຮອງເອົາໂດຍພື້ນຖານ. ນີ້ແມ່ນບົດລາຍງານສະຫຼຸບການປະຕິບັດຍຸດທະສາດ ໄລຍະ10 ປີ 2011 – 2020 ແລະ ຍຸດທະສາດໄລຍະ 10 ປີ 2021 – 2030, ບົດລາຍງານທີ 2 ແມ່ນບົດລາຍງານຕີລາຄາການປະຕິບັດໜ້າທີ່ເສດຖະກິດສັງຄົມໄລຍະ 5 ປີ 2016 – 2020 ແລະ ທິດທາງ, ໜ້າທີ່ 2021 – 2025.

ກ່ຽວກັບບັນດາເນື້ອທີ່ໄດ້ຮັບການປຶກສາຫາລືຢ່າງລະອຽດຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 3 ເນື້ອໃນ ຈຸດສູມ. ທີໜຶ່ງ ແມ່ນປະກອບຄຳເຫັນໃສ່ບັນດາເນື້ອໃນ ຮ່າງບົດລາຍງານ 2 ສະບັບ ທີ່ໜ່ວຍ ຮຽບຮຽງໄດ້ ຮັບເອົາຄຳເຫັນ ແລະ ປັບປຸງໃຫ້ສົມບູນແບບ, ເປັນຕົ້ນແມ່ນບັນດາເນື້ອໃນໃໝ່ເມື່ອທຽບກັບບົດລາຍງານທີ່ໄດ້ຍື່ນສະເໜີຕໍ່ສູນກາງ. ທີ 2 ແມ່ນ ຮັບຮອງເອົາເນື້ອໃນຕົ້ນຕໍໃນບົດລາຍງານໂດຍຫຍໍ້ທີ່ຮັບໃຊ້ກອງປະຊຸມໃຫຍ່ຂອງພັກ, ທຸກຂັ້ນ, ທຸກຮາກຖານເພື່ອ ຍື່ນສະເໜີຕໍ່ກົມການເມືອງປະກອບຄຳຄິດເຫັນ. ທີ 3 ແມ່ນປະກອບຄຳ ເຫັນໃສ່ຮ່າງແຜນການເຄື່ອນໄຫວປີ 2020 ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ແລະ ໜ່ວຍຮຽບຮຽງ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top