• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ

ການໂອ້ລົມທາງໂທລະສັບໄດ້ດຳເນີນໃນຕອນນຄ່ຳວັນທີ 24 ມີນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ຈີເລ (25 ມີນາ 1971 – 25 ມີນາ 2021).
ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ມີການໂອ້ລົມທາງໂທລະສັບກັບ ທ່ານ Sebastian Pinera Echenique  ປະທານາທິບໍດີ ຈີເລ (ພາບ: VGP)

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີ ຈີເລ Sebastian Pinera Echenique ເຫັນດີເປັນເອກະພາບບາງມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ. ການນຳ ສອງປະເທດກໍ່ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ທ້ອງຖິ່ນສອງຝ່າຍ ເພື່ອເສີມຂະຫຍາຍ ແລະ ຍາດແຍ່ງບັນດາກາລະໂອກາດຂອງ ສັນຍາການຄ້າເສລີ ຫວຽດນາມ - ຈີເລທີ່ມີຜົນສັກສິດແຕ່ເດືອນມັງກອນ 2014 ຢ່າງມີປະສິດທິຜົນ, ກໍ່ຄືມຸ່ງໄປສູ່ການສົມທົບກັນຜັນຂະຫຍາຍ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ - CPTPP ພາຍຫຼັງ ຈີເລສຳເລັດວິວັດການໃຫ້ສັດຕະຍາບັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ຈີເລ Sebastian Pinera Echenique ກໍ່ເຫັນດີເປັນເອກະພາບສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ສະຫະພັນ ປາຊີຟິກ, ປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ 2 ພາກພື້ນ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top