• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຊີ້ນຳດ່ວນໃນການກະກຽມວິທີການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບໄວຣັດສາຍພັນໃໝ່ Omicron

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ເປັນເຈົ້າການຕິດຕາມສະພາບການຜັນແປຂອງໄວຣັດສາຍພັນ Omicron.
(ພາບປະກອບ: VGP)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ຍ້ອນໄວຣັດສາຍພັນ Omicron ໃນໂລກ, ວັນທີ 30 ພະຈິກ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ມີເອກະສານຖ່າຍທອດຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ເປັນເຈົ້າການຕິດຕາມສະພາບການຜັນແປຂອງໄວຣັດສາຍພັນ Omicron; ບົນພື້ນຖານຄຳກ່າວເຕືອນຂອງອົງການອະນາໄມໂລກ, ກະກຽມວິທີການກ່ຽວກັບວັກຊິນ, ຢາປິ່ນປົວ ແລະ ມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບໄວຣັດກາຍພັນຈາກໄວຣັດ SARS-CoV-2.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ນຳບັນດາທ້ອງຖິ່ນຈົ່ງເພີ່ມທະວີມາດຕະການປ້ອງກັນ, ຕ້ານໂລກລະບາດ; ຍູ້ໄວຄວາມຄືບໜ້າໃນການສັກວັກຊິນຮັບປະກັນຄວາມປອດໄພ, ມີວິທະຍາສາດ, ບັນລຸປະສິດທິຜົນ; ເພີ່ມທະວີກຳລັງ, ເຄື່ອງວັດຖຸອຸປະກອນການແພດໃຫ້ບັນດາບໍລິເວນ, ທ້ອງຖິ່ນທີ່ມີການຜັນແປ ສັບສົນຂອງໂລກລະບາດ ແລະ ເປັນເຈົ້າການຜັນຂະຫຍາຍມາດຕະການປິ່ນປົວທີ່ເໝາະສົມກັບກໍລະນີຕິດໄວຣັດສາຍພັນໃໝ່.

        ລັດຖະມົນຕີກະຊວງສາທາລະນະສຸກ ແນະນຳ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການຈັດຕັ້ງ, ຫົວໜ່ວຍຮີບເຮັ່ງນຳເຂົ້າ, ຜະລິດຢາປິ່ນປົວໂຄວິດ-19; ຊຸກຍູ້ການທົດລອງ, ຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ, ຢາປິ່ນປົວໂຄວິດ-19 ຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top