• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ປະຊາຊົນເຜົ່າຂະແມ ເນື່ອງໃນໂອກາດບຸນ Chol Chnam Thmay 2020

ທ່ານນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນພໍ່ແມ່ປະຊາຊົນຊາວເຜົ່າຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2020.

 ເນື້ອໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: ບຸນປີໃໝ່ Chol Chnam Thmay ມີຄວາມໝາຍພິເສດ, ພໍ່ແມ່ປະຊາຊົນຊາວຂະແມ ຕ້ອນຮັບບຸນປີໃໝ່ ຈະມີຄວາມມຸ່ງຫວັງ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມໂຊກດີ, ຢູ່ເຢັນເປັນສຸກຕື່ມອີກ. ບຸນປີໃໝ່ Chol Chnam Thmay ປີນີ້ກົງກັນກັບຈຸດເວລາທີ່ໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນ, ທົ່ວປະເທດພວມປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ຮັກສາຄວາມປອດໄພໃຫ້ທົ່ວວົງຄະນະຍາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພໍ່ແມ່ປະຊາຊົນ, ບັນດາພະສົງສຳມະເນນ ແລະ ຊາວຂະແມທີ່ອາໄສຢູ່ຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ຕັ້ງໜ້າຮ່ຳຮຽນ, ອອກແຮງງານທຳການຜະລິດ, ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອຍາດໄດ້ຜົນງານອັນຍິ່ງໃຫຍ່ກ່ວາອີກ, ພ້ອມກັບທົ່ວປະເທດ ປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ ແລະ ສັງຄົມທີ່ວາງອອກ ໄດ້ຢ່າງມີໄຊ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ພໍ່ແມ່ປະຊາຊົນ, ພະສົງສຳມະເນນ ແລະ ຊາວຂະແມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ Chol Chnam Thmay 2020 ໃນບັນຍາກາດທີ່ ເບີກບານມ່ວນຊື່ນ, ປອດໄພ ແລະ ມີຄວາມຜາສຸກ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top