• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”

ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 990 ປີແຫ່ງວັນຄົບຮອບຂອງ ແທງຮ໊ວາ (1029 - 2019), ຕອນເຊົ້າວັນທີ 08 ພຶດສະພາ, ທີ່ນະຄອນ ແທງຮ໊ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມາຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”, ຊຶ່ງໄດ້ຈັດຕັ້ງແຕ່ວັນທີ 05 – 09 ພຶດສະພາ 2019.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”

ນີ້ແມ່ນງານວາງສະແດງທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງແຂວງ, ນອນໃນບັນດາເຫດການສະເຫຼີມສະຫຼອງ 990 ປີແຫ່ງວັນຄົບຮອບຂອງ ແທງຮ໊ວາ, ແນໃສ່ແນະນຳ, ໂຄສະນາຄວາມງາມຂອງເຂດດິນແດນ ແລະ ປະຊາຊົນ ແທງຮ໊ວາ, ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບການພັດທະນາເສດຖະກິດ, ການທ່ອງທ່ຽວ.

        ດ້ວຍຮູບພາບ, ເອກະສານ, ວັດຖຸພັນຜ່ານໄລຍະຕ່າງໆເກືອບ 10.000 ຢ່າງໄດ້ນຳມາວາງສະແດງ, ງານວາງສະແດງໃຫ້ຊ່ວຍໃຫ້ປະຊາຊົນ, ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບເຂດດິນແດນ, ປະຊາຊົນ ແທງຮ໊ວາ ຫລາຍກ່ວາ ໃນວິວັດທະນາການປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດຂອງປະຊາຊົນ ແລະ ມີຄວາມເຂົ້າໃຈແຈ້ງກ່ຽວກັບ ແທງຮ໊ວາ ກ່ວາເກົ່າ.

ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ລົງຢ້ຽມຢາມເມືອງ ນົງກົ໊ງ ແລະ ກົດປຸ່ມປະຕິບັດໂຄງການລ້ຽງງົວພັນນົນ ແລະ ປຸງແຕ່ງນ້ຳນົມໂດຍນຳໃຊ້ເຕັກໂນໂລຊີສູງ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top