• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເອົາໃຈໃສ່ເຖິງຄົນລຸ້ນທີ 3 ຂອງຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມດີໂອຊິນ

      ຕອນເຊົ້າວັນທີ 07 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມີ່ນ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນຳ 701)

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)
      ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຕີລາຄາໝາກຜົນວຽກງານໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຄວນຄົ້ນຄວ້ານະໂຍບາຍສຳລັບຜູ້ຖືກຜົນສະທ້ອນຍ້ອນທາດພິດເຄມີລຸ້ນທີ 3 ຂອງຜູ້ເຂົ້າຮ່ວມສົງຄາມ. ເນັ້ນໜັກເຖິງການປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ໝາກມີ່ນ, ທາດພິດເຄມີໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ.
        “ພວກເຮົາຍາມໃດກໍ່ກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມີ່ນ, ທາດເຄມີແມ່ນໜ້າທີຮີບດ່ວນ, ສະແດງໃຫ້ເຫັນລັກສະນະມະນຸດສະທຳຂອງປະເທດຖືກສົງຄາມເປັນເສລາຫຼາຍປີ ເພື່ອປະກອບສ່ວນປະຕິບັດຄາດໝາຍປົກປ້ອງຊີວິດອີນຊີ, ສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ; ເຮັດອະນາໄມມົນລະພິດສິ່ງແວດລ້ອມ; ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນຖືກຕິດທາດພິດເຄມີ, ມີລູກລະເບີດໝາກມີ່ນ ພັດທະນາເສດຖະກິດສັງຄົມແບບຍືນຍົງ ແລະ ປອດໄພໃຫ້ແກ່ປະຊາຊົນ ກໍຄືນັກລົງທຶນ”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top