• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສຂັ້ນສູງແລະງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0

      ດ້ວຍຈຸດປະສົງເຕົ້າໂຮມ, ຄັດເລືອກບັນດາບົດຮຽນຂອງບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ, ກໍຄືປະຊາຄົມວິສາຫະກິດເພື່ອສ້າງມະຕິຂອງກົມການເມືອງ ແລະ ໂຄງການດຳເນີນງານຂອງລັດຖະບານ ກ່ຽວກັບນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ຂອງຫວຽດນາມ ໃນລະຫວ່າງວັນທີ 12 – 13 ກໍລະກົດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເຫດການ) 
      “ເວທີປາໄສຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບອຸດສາຫະກຳສະຫຼາດ - Industry 4.0 Summit 2018” ດຳເນີນຢູ່ຮ່າໂຮ້ຍ. ຕອນເຊົ້າວັນທີ 13 ກໍລະກົດ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂ ແລະ ເຂົ້າຮ່ວມວາລະເຈລະຈາພິເສດກັບບັນດານັກປາຖະກະຖາ, ວິສາຫະກິດໃນຂົງເຂດອຸດສາຫະກຳຢູ່ເຫດການນີ້.
        ກ່ອນທີ່ເຂົ້າຮ່ວມເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕັດແຖບຜ້າໄຂງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 ດ້ວຍຮ້ານວາງສະແດງເກືອບ 50 ຮ້ານ. ງານວາງສະແດງໂດຍມີການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າ ດ້ວຍບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີທີ່ທັນສະໄໝ:
ບັນຫາທີ່ສອງແມ່ນຈາກຄວາມຮັບຮູ້ນັ້ນຕະຫຼອດຮອດການກະທຳຕ້ອງເປັນຄືແນວໃດ. ການກະທຳລວມມີວຽກງານຫຍັງແດ່. ນັ້ນແມ່ນຕ້ອງມີນະໂຍບາຍກົດໝາຍໃດເພື່ອພັດທະນາອຸດສາຫະກຳ 4.0 ໃຫ້ດີກ່ວາ, ມີລະດັບສູງກ່ວາ. ບັນຫາຕໍ່ໄປຂອງການກະທຳນັ້ນແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ ຫວຽດນາມ. ແຮງງານ ຫວຽດນາມ 40% ແມ່ນເຮັດວຽກໃນຂົງເຂດກະສິກຳ, ມີສະມັດຕະພາບຕ່ຳ. ຍ້ອນເຫດນັ້ນ, ລະບົບການສຶກສາຕ້ອງກຳແໜ້ນບັນຫານີ້ຢ່າງມີປະສິດທິຜົນ. ໃນນັ້ນ ຕ້ອງແກ້ໄຂເລື່ອງວັດຖຸອຸປະກອນ, ທັກສະໃຫ້ຜູ້ອອກແຮງງານ.
        ກ່າວຄຳເຫັນທີ່ພິທີໄຂ ແລະ ແນະນຳຢູ່ເວທີປາໄສ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ ເນັ້ນໜັກວ່າ, ເລື່ອງຂຸດຄົ້ນຢ່າງຖືກຕ້ອງ, ທັນການບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ແມ່ນສິ່ງທ້າທາຍລວມຂອງບັນດາປະເທດ, ແຕ່ສຳລັບປະເທດທີ່ພວມພັດທະນາຄືຫວຽດນາມ ແລ້ວ ສິ່ງທ້າທາຍເຫຼົ່ານັ້ນຍິ່ງໃຫຍ່ຫຼວງກວ່າ. ການປະຕິວັດອຸດສາຫະກຳ ໄດ້ເປີດກາລະໂອກາດຫຼາຍຢ່າງໃນການຍົກສູງລະດັບຄວາມຮູ້ດ້ານເຕັກໂນໂລຊີ, ກຳລັງຄວາມສາມາດການຜະລິດ ແລະ ແກ່ງແຍ້ງໃຫ້ລະບົບມູນຄ່າທົ່ວໂລກ.
        ຕາມລາຍການ, ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະເຈລະຈາກ່ຽວກັບນະໂຍບາຍດ້ວຍຫົວຂໍ້ວ່າ: ແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0 ຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top