• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີມາເລເຊຍບູລະນະກົງຈັກລັດຖະບານ

      ໃນຄວາມມານະພະຍາຍາມບູລະນະກົງຈັກລັດຖະບານໃໝ່ຂອງມາເລເຊຍ, ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້ Mahathir Mohamad ໄດ້ປະກາດບາງຕຳແໜ່ງໃນພາກສ່ວນລັດຖະບານໃໝ່ຕື່ມອີກ.

ທ່ານນາຍົກລັດຖະມົນຕີຄົນໃໝ່ Mahathir Mohamad  
(ພາບປະກອບ: THX/TTXVN)
      ຕາມແຜນການແລ້ວ, ບັນດາສະມາຊິກລັດຖະບານຂອງລັດຖະບານມາເລເຊຍ ທັງໝົດ ຈະສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 21 ພຶດສະພາ. ບັນດາຕຳແໜ່ງໃນລັດຖະບານລວມມີສະມາຊິກ 14 ທ່ານ, ໃນນັ້ນມີທ່ານ Mahathir ເປັນນາຍົກລັດຖະມົນຕີ ແລະ ທ່ານ Wan Azizah Wan Ismail ປະທານພັກຍຸດຕິທຳປະຊາຊົນ (PKR) ເປັນຮອງນາຍົກລັດຖະມົນຕີ, ໄດ້ແບ່ງສະເໝີກັນລະຫວ່າງ 4 ພັກການເມືອງໃນສະຫະພັນຄວາມຫວັງ (PH) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Mahathir.
      ພາຍຫຼັງສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນວັນທີ 10 ພຶດສະພາ, ທ່ານ Mahathir ໄດ້ປະກາດ ແຜນນະໂຍບາຍສ້າງຕັ້ງກົງຈັກລັດຖະບານນ້ອຍກວ່າ ເມື່ອທຽບໃສ່ລັດຖະບານຊຸດກ່ອນໂດຍທ່ານນາຍົກລັດຖະມົນຕີ Najbi Razak ນຳພາມີລັດຖະມົນຕີຫຼາຍກວ່າ 25 ທ່ານ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top