• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018

      ຕອນຄ່ຳວັນທີ 04 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັບບັນດາສະມາຄົມ, ຄະນະຊາວ ຫວຽດນາມ ອາໄສຢູ່ ລາວ, ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ ສົມທົບກັນຈັດຕັ້ງບຸນເຕັດປະຊາຄົມລະດູບານໃໝ່ປີຈໍ 2018

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຮັບກະຕ່າດອກໄມ້ອວຍພອນ
ຈາກທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພັນລະຍາ 
      ດ້ວຍຫົວຂໍ້ວ່າ “ປະຊາຄົມສາມັກຄີ, ຮ່ວມແຮງຮ່ວມໃຈສ້າງສາປະເທດ ລາວ ອຸດົມຮັ່ງມີ, ມຸ່ງໄປເຖິງປະເທດຊາດ ຫວຽດນາມ”. ນິີ້ແມ່ນການພົບປະສັງສັນຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອ, ປະຈຳປີດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະຫລາຍຢ່າງ, ຕ້ອນຮັບລະດູບານໃໝ່ ແລະ ຄິດຮອດຄິດເຖິງບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ. ຈຸດພິເສດໃນການພົບປະສັງສັນຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ກ່າວຄຳເຫັນອວຍພອນປີໃໝ່ທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ:
        “ພວກເຮົາລ້ວນແຕ່ໄດ້ເຂົ້າໃຈວ່າ ການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນການພົວພັນທີ່ຜູກພັນພິເສດ ມີໜຶ່ງບໍ່ມີສອງໃນໂລກ. ເລືີ່ອງຮັກສາ, ປັບປຸງ, ເສີມຂະຫຍາຍສາຍພົວພັນແບບພິເສດນັ້ນ ແມ່ນສຳຄັນທີ່ສຸດສຳລັບຜົນສຳເລັດຂອງພາລະກິດປະຕິວັດຂອງ ຫວຽດນາມ ແລະ ລາວ. ເນື່ອງໃນໂອກາດປີໃໝ່ປະຈຳຊາດປີຈໍໃກ້ຈະວຽນມາ ແລະ ຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຂອງຊາດ, ຂ້າພະເຈົ້າຂໍຖືເປັນກຽດ ອວຍພອນປີໃໝ່ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ; ສືບຕໍ່ປະກອບສ່ວນເຂົ້າໃນການພົວພັນອັນສະໜິດສະໜົມຫວຽດນາມ - ລາວ, ລາວ - ຫວຽດນາມ. ”
 
      ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ແບ່ງປັນຄວາມເບີກບານມ່ວນຊື່ນ ເມື່ອໄດ້ເຂົ້າຮ່ວມເຫດການມິດຕະພາບ, ສາມັກຄີນີ້ຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ ຈະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ
 
      ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມາຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top