• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ພົບປະກັບ ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ປະທານສາພາ ເອີລົບ EU

      ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ Manila, ປະເທດ ຟີລິບປີນ, ໃນຕອນຄ່ຳວັນທີ 13 ພະຈິກ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ  ໄດ້ມີບັນດາການພົບປະກັບ ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ທ່ານ Donald Tusk ປະທານສະພາ ເອີລົບ.

ທ່ານ ຫງວຽນຊວນຟຸກ ທ່ານ Antonio Guterres
(ພາບ:VOV)
      ໃນການພົບປະກັບ ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນບັນດາວຽກງານລວມຂອງ ສະຫະປະຊາຊາດ ຢ່າງຕັ້ງໜ້າ. ຫວຽດນາມ ປາດຖະໜາຢາກ ສືບຕໍ່ສົມທົບກັບບັນດາປະເທດ ຊຸກຍູ້ໃຫ້ ສະຫະປະຊາຊາດ ມີບົດບາດໃຈກາງ, ພິເສດແມ່ນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ຊຸກຍູ້ຮ່ວມມືພັດທະນາແບບຍືນຍົງ.
ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ ບັນດາຄະນະກຳມະການດ້ານເສດຖະກິດ ຂອງ ສະຫະປະຊາຊາດ ຈະລະດົມແຫ່ງກຳລັງຢ່າງສຸດຂີດເພື່ອສົມທົບກັນ, ໜູນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດ ແຜນການຍຸດທະສາດຮ່ວມກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ ໃນໄລຍະ 2017 – 2021, ຜ່ານນັ້ນປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງທີ່ບົນທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍ ສາກົນ, ໃນນັ້ນມີ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982; ປາຖະໜາວ່າ ອາຊຽນ ແລະ ຈີນ ຈະສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆທະເລຕາເວັນອອກ(COC) ສຳເລັດໂດຍໄວ
ທີ່ການພົບປະລະຫວ່າງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ແລະ ທ່ານ ປະທານສະພາ ເອີລົບ Donald Tusk, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອແນໃສ່ນຳສາຍພົວພັນກ້າວເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນການສືບຕໍ່ຊຸກຍູ້ການຮ່ວມມືແໜ້ນແຟ້ນໃນຂອບເຂດການຮ່ວມມື ເວທິປາໄສ ອາຊີ - ເອີລົບ (ASEM) ແລະ ອາຊຽນ - ອີຢູ.
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີ ສະພາເອີລົບ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ການຮັບມືກັບປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top