• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຸງກາຣີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີຮຸງກາຣີ Orbán Viktor ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫວ່າງວັນທີ 24 – 26 ກັນຍາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

(ນາຍົກລັດຖະມົນຕີ 2 ທ່ານເປັນສັກຂີພິຍານພິທີລົງນາມ
ໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ)
      ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Orbán Viktor ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈີນດ້າຍກວາງ; ທ່ານນາງປະທານສະພາແຫ່ງຊາດ ຫວຽນທິກິມເງິນ…
      ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີຕັ້ງໜ້າຜັນຈະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການ, ເຊິ່ງດຳເນີນຢູ່ Budapest ໃນເດືອນ ມີນາ 2017. 2 ຝ່າຍເຫັນດີເພີ່ມທະວີການທາບທາມຄວາມເຫັນ ແລະ ສົມທົບກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນສະຫະປະຊາຊາດ, ເວທີປາໄສອາຊີ - ເອີລົບ,  ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ…
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Orbán Viktor ໄດ້ຈັດກອງປະຊຸມຂ່າວ ແລະ ອອກຖະແຫຼງການຮ່ວມຫວຽດນາມ - ຮຸງກາຣີ ແລະ ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top