• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຮັດວຽກກັບສະຫະພັນບັນດາສະມາຄົມສິລະປະ ວັດທະນະທຳ

      ຕອນບ່າຍວັນທີ 4/8, ຢູ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບຄະນະປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະພັນບັນດາສະມາຄົມສິລະປະ ວັດທະນະທຳ (ພາບ: TTXVN)
      ເພື່ອຮັບຟັງ ແລະ ແກ້ໄຂບັນດາຂໍ້ສະເໜີ ແນໃສ່ຊ່ວຍສະຫະພັນປະຕິບັດສຳເລັດໜ້າທີ່ຂອງຕົນ. ເຂົ້າຮ່ວມການເຮັດວຽກຍັງມີທ່ານ ເຈິ່ນແທງເມິ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫວູດຶກດາມ, ນາຍົກລັດຖະມົນຕີ ແລະ ການນຳບາງກະຊວງ, ຂະແໜງການຂອງ ຫວຽດນາມ.
        ທີ່ການເຮັດວຽກ, ນັກກະວີ ຫື້ວຖີງ, ປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ, ໄດ້ຍົກຂໍ້ສະເໜີຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງຮ່າງກົດໝາຍວ່າດ້ວຍສະມາຄົມ, ດຳລັດ ເພື່ອພິຈາລະນາ, ມອບລາງວັນແຫ່ງລັດ, ລາງວັນ ໂຮ່ຈີມິນ, ລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງສະມາຄົມ. ນັກກະວີ ຫື້ວຖີງ ໃຫ້ຮູ້ສະພາບການຮ້ານສະແດງລະຄອນ, ພິເສດແມ່ນຮ້ານສະແດງລະຄອນຊົນເຜົ່າໃນປັດຈຸບັນ ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ; ປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ ສະເໜີຈະສ້າງແຜນຮ່າງສະເພາະ ເພື່ອແນໃສ່ຟື້ນຟູຮ້ານສະແດງລະຄອນຂອງປະເທດຄືນໃໝ່. ສະຫະພັນ ສະມາຄົມ ກໍ່ສະແດງຄວາມຫວັງວ່າຈະໄດ້ເຂົ້າຮ່ວມການປະກອບຄວາມເຫັນໃຫ້ແກ່ການສ້າງລາຍການ, ປື້ມຕຳລາວັນນະຄະດີ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top