• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທີ່ປຶກສາພິເສດ​ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ

      ທີ່ການຕ້ອນຮັບ ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ ຍີ່ປຸ່ນ Kawai Katsuyuki ເຊິ່ງໄດ້ດຳເນີນໃນຕອນແລງວັນທີ 18 ກໍລະກົດ

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ ຍີ່ປຸ່ນ)
      ທ່ານນາຍົກລັກຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຮັບຮູ້ ແລະ ຊ່ວຍໜູນ ຍີ່ປຸ່ນ ຢ່າງຕັ້ງໜ້າໃນການຜັນຂະຫຍາຍບັນດາໂຄງການລົງທຶນຈຸດສຸມ ທາງດ້ານພະລັງງານ, ຄົມມະນາຄົມ ຢູ່ຫວຽດນາມ ຢ່າງສະດວກສະບາຍໂດຍໄວ, ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ຈະແກ້ໄຂທຸກຂໍ້ຫຍຸ້ງຍາກ, ສິ່ງທີ່ຄົງຄ້າງໃນການປະຕິບັດບັນດາຂໍ້ຕົກລົງທີ່ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ໄດ້ເປັນເອກະພາບກັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ຢັ້ງຢືນວ່າ: ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ຍີ່ປຸ່ນ ແນ່ໃສ່ຮັກສາເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລໃນພາກພື້ນ ບົນພື້ນຖານການຮັບປະກັນຄວາມເຄົາລົບກົດໝາຍສາກົນ. ຫວຽດນາມ ປາຖະໜາຢາກຮ່ວມມືກັບ ຍີ່ປຸ່ນ ເພື່ອຊຸກຍູ້ສັນຍາ TPP; ເພີ່ມທະວີການຮ່ວມມືໃນຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top