• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດ

      ວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດໄລຍະ 2009 – 2016

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສະຫລຸບ
ວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດ
      ແລະ ຜັນຂະຫຍາຍຄຳສັ່ງຂອງກົມການເມືອງກ່ຽວກັບ “ເພີ່ມທະວີການຊີ້ນຳນຳພາຂອງພັກ ສຳລັບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດໃນເງື່ອນໄຂພັດທະນາເສດຖະກິດການຕະຫລາດ ກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ”. ຍ້ອງຍໍບັນດາຜົນງານເຊິ່ງກຳລັງຕຳຫລວດປະຊາຊົນບັນລຸໄດ້, ທ່ານນາຍົກລັດຖະມົນຕີສະເໜີວ່າ ໃນໄລຍະຈະມາເຖິງ, ກຳລັງຕຳຫລວດຄວນສ້າງການຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດໃນສະພາບການປະຈຸບັນ. ພ້ອມກັນນັ້ນ ກຳນົດໜ້າທີ່ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຕ້ອງຕິດພັນກັບການຮັບປະກັນຄວາມສະຖຽນລະພາບດ້ານການເມືອງພາຍໃນ, ປ້ອງກັນຕ້ານການສໍ້ລາດບັງຫລວງ, ໄພຫຍໍ້ທໍ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:ກຳລັງຕຳຫລວດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ມີຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ກັບການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ພ້ອມທັງ ເປັນເຈົ້າການກຳແໜ້ນສະພາບການ, ຮູ້ຈັກເຖິງໄພນາບຂູ່, ບັນດາໄພອັນຕະລາຍທີ່ກໍ່ຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ເປັນເສນາທິການໃຫ້ທັນການ, ສະເໜີຕໍ່ພັກ, ລັດບັນດາແຜນນະໂຍບາຍມາດຕະການຮັບມືທີ່ເໝາະສົມ, ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

                                                                                            

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top