• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຫວີງຟູ໋ກປີ 2016


ທ່ານ ຫງວຽນ​ຊວນ​ຟູ໋ກ ກ່າວຄຳເຫັນທີ່
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ​ຫວີງ​ຟູ໋ກ​ປີ 2016

      ຕອຍ​ບ່າຍ​ວັນ​ທີ 27/12, ຢູ່​ນະ​ຄອນ​ຫວີງ​ອຽນ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ຈີ້ງ​ດີ່ງ​ຢູງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ​ຫວີງ​ຟູ໋ກ​ປີ 2016 ດ້ວຍ ຫົວ​ຂໍ້​ວ່າ “ຫວີງ​ຟູ໋ກ - ​ຄວາມສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ລົງ​ທຶນ”. ນີ້​ແມ່ນກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທີ່ມີ​ຂະ​ໝາດ​ໃຫຍ່​ທີ​ສຸດ​​ຖືກ​ຈັດ​ຕັ້ງ​ຢູ່​ແຂວງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ແທນ 500 ຄົນ ເຊິ່ງແມ່ນການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ທະ​ນາ​ຄາມ​ການ​ຄ້າ ແລະ ບັນ​ດາ​ນັກ​ລົງ​ທຶນ​ພາຍໃນ​ປະ​ເທດ​ ແລະ ຕ່າງ​ປະ​ເທດ​ຊາດ.      
        ກ່າວ​ຄຳ​ເຫັນ​ທີ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ ຫວີງ​ຟູ໋ກ ໄດ້​ມີ​ບາດ​ກ້າວ​ເຕີບ​ໂຕກະ​ໂດດ​ຂັ້ນ​ໃນ​ການດຶງ​ດູດ​ການ​ລົງ​ທຶນ. ໃນ​ບັນ​ດາ​ໂຄງ​ການລົງ​ທຶນນັ້ນ​ມີຫຼາຍ​ໂຄງ​ການ​​ແມ່ນລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄດ້​ຊ່ວຍ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຍົກ​ສູ​ງ​ລາຍ​ຮັບ, ລາຍຮັບງົບປະມານ. ປັດ​ຈຸ​ບັນ, ອຸດ​ອາ​ຫະ​ກຳ ແລະ ການບໍ​ລິ​ການ ໃນ​ອົງ​ປະ​ກອບ​ດ້ານ​ເສດ​ຖະ​ກິດ​ຂອງ​ແຂວງກວມ​ເກືອບ 90%. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ວ່າ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຫວີງ​ຟູ໋ກ​ຍັງ​ໃຫຍ່​ທີ​ສຸດ​ໃນການ​ພັດ​ທະ​ນາ. ໃນ​ໄລ​ຍະ​ຈະ​ມາ​ເຖີງ, ແຂວງ​ ຫວີງ​ຟູ໋ກ​ ຕ້ອງ​ສືບ​ຕໍ່​ຊາບ​ຊືມ​ນ້ຳ​ໃຈ​ສ້າງ​ລັດ​ຖະ​ບານຄວາມ​ຊື່ສັດ​ບໍລິສຸດ, ກໍ່ສ້າງ​ການ​ພັດ​ທະ​ນາ, ເຄື່ອນ​ໄຫວ, ຍູ້​ແຮງ​ການ​​ດັດແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ແຂວງກໍ່​ຄວນ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປິດ​ເຜີຍການ​ໜູນ​ຊ່ວຍ​ນັກ​ລົງ​ທຶນ, ສືບ​ຕໍ່​ນຳ​ໜ້າ​ຕົ້ນ​ໃນ​ຂະ​ບວນ​ການ​ດຳ​ເນີນ​ອາ​ຊີບ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ໃຫ້ບັນ​ລຸ 15 000 ວິ​ສາ​ຫະ​ກິດ ໃນ​ປີ 2020, ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປັດ​ຈຸ​ບັນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top