• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມອະນຸມັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກ

(ພາບປະກອບ)
      ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫາກໍ່​ອະ​ນຸ​ມັດ​ແຜນ​ການ​​ສັງ​ລວມ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ໄລ​ຍະ 2016-2020. ຕາມນັ້ນ​ແລ້ວ, ສູ້​ຊົນ​ຮອດ​ປີ 2020, ​ຈະສ້າງ​ເຄືອ​ຂ່າຍ​ບໍ​ລິ​ການ​ຂົນ​ສົ່ງ, ມອບ​ຮັບ ແລະ ສຳ​ເລັດໃບ​ສັ່ງ​ຊື້ສິ​ນ​ຄ້າ ໃຫ້​ແກ່​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ຊຶ່ງກວມ​ລວມ​ເອົາ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ​ສ້າງ​ໂຄງ​ລ່າງ​ດ້ານ​ນິ​ຕິ​ກຳ​ ໃຫ້​ສົມ​ບູນແບບ ແກ່​ການ​ຄ້າ​ເອ​ເລັກ​ໂຕ​ນິກ ກັບ​ລະ​ລົບ​ເອ​ກະ​ສານ​ນິ​ຕິ​ກຳ ດັດ​ປັບ​​ຢ່າງ​ຮອບ​ດ້ານ, ທ່ວງ​ທັນ​ສະ​ພາບ​ການ​ພັດ​ທະ​ນາ​​ຕົວ​ຈິງ ຂອງ​ບັນ​ດາ​ຮູບ​ແບບ ແລະ ການ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແຕກ​ຕ່າງ​ກັນ​ ໃນ​ສັງ​ຄົມ. ກໍ່​ສ້າງ ແລະ ພັດ​ທະ​ນາ ​ລະ​ບົບຊຳ​ລະ​ການ​ຄ້າ​ເອ​ເລ​ັກ​ໂຕ​ນິກ​ແຫ່ງ​ຊາດ, ເພື່ອ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ ໃຫ້​ແກ່​ບັນ​ດາ​ຮູບ​ແບບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ສູ້​ຊົນ​ຮອດ​ປີ 2020, 30% ຈຳ​ນວນປະ​ຊາ​ຊົນ ​ເຂົ້າ​ຮ່ວມການ​ຊື້​ເຄື່ອງ​ຂອງ ຜ່ານ​ເຄື່ອ​ຂ່າຍ​ອິນ​ເຕີ​ເນັດ, 80% ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ສັ່ງ​ຊື້​ສິນ​ຄ້າ ຫຼືີ ຮັບໃບ​ສັ່ງ​​ຊື້ສິນ​ຄ້າ ​ຜ່ານ​ລະ​ບົບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ…
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top