ຂ່າວສານ
ນັກຊ່ຽວຊານສາກົນ: ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ ຫວຽດນາມ ປະສົບຜົນສຳເລັດຍ້ອນປະຊາຊົນໄດ້ຮັບຂໍ້ມູນຂ່າວໂດຍໄວ ແລະ ຊັດເຈນ

ພາບປະກອບ: TTXVN
ຕາມການຕີລາຄາຂອງນັກຊ່ຽວຊານສະຖາບັນນະໂຍບາຍຍຸດທະສາດອົດສະຕາລີແລ້ວ, ຫວຽດນາມປະສົບຜົນສຳເລັດຍ້ອນວ່າມີບັນດາປັດໄຈສັງລວມຄື: ລັດຖະບານປະຕິບັດວຽກງານໂຄສະນາເຜີຍແຜ່ໂດຍໄວ ແລະ ຈະແຈ້ງ, ລັດຖະບານໄດ້ກ່າວເຕືອນປະຊາຊົນໂດຍກົງກ່ຽວກັບຄວາມອັນຕະລາຍຂອງເຊື້ອໄວຣັດ Covid – 19 ແລະ ການຂາດເຂີນບັນດາແຫຼ່ງກຳລັງສາທາລະນະສຸກທີ່ມີຂອບຂະໜາດໃຫຍ່ ຖ້າຫາກວ່າ ເກີດໂລກລະບາດໃນວົງກ້ວາງ. ອີກປັດໄຈໜຶ່ງ ກໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງຫວຽດນາມແມ່ນ ວຽກງານວິໄຈໂດຍໄວ ແລະ ມີຂອບຂະໜາດໃຫຍ່. ທ່ານ Matthew Moore ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມມີຄວາມໄວ້ເນື້ອເຊື່ອໃຈຢ່າງຍິ່ງຕໍ່ລັດຖະບານ.
(ແຫຼ່ງຄັດຈາກ VOV)