ຂ່າວສານ ນັກຊ່ຽວຊານສາກົນ: ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ ຫວຽດນາມ ປະສົບຜົນສຳເລັດຍ້ອນປະຊາຊົນໄດ້ຮັບຂໍ້ມູນຂ່າວໂດຍໄວ ແລະ ຊັດເຈນ 20/05/2020 ເວັບໄຊ nzherald.co.nz ຂອງນິວຊີແລນໄດ້ມີບົດຂຽນເຕື້ອງເຖິງບັນດາປັດໄຈ ທີ່ຊ່ວຍໃຫ້ຫວຽດນາມບັນລຸໄດ້ໝາກຜົນປະທັບໃຈໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ແມ່ນ ໃນໄລຍະເວລາກ່ວາ 1 ເດືອນທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນວົງຄະນະຍາດຕື່ມອີກ. ພາບປະກອບ: TTXVN ຕາມການຕີລາຄາຂອງນັກຊ່ຽວຊານສະຖາບັນນະໂຍບາຍຍຸດທະສາດອົດສະຕາລີແລ້ວ, ຫວຽດນາມປະສົບຜົນສຳເລັດຍ້ອນວ່າມີບັນດາປັດໄຈສັງລວມຄື: ລັດຖະບານປະຕິບັດວຽກງານໂຄສະນາເຜີຍແຜ່ໂດຍໄວ ແລະ ຈະແຈ້ງ, ລັດຖະບານໄດ້ກ່າວເຕືອນປະຊາຊົນໂດຍກົງກ່ຽວກັບຄວາມອັນຕະລາຍຂອງເຊື້ອໄວຣັດ Covid – 19 ແລະ ການຂາດເຂີນບັນດາແຫຼ່ງກຳລັງສາທາລະນະສຸກທີ່ມີຂອບຂະໜາດໃຫຍ່ ຖ້າຫາກວ່າ ເກີດໂລກລະບາດໃນວົງກ້ວາງ. ອີກປັດໄຈໜຶ່ງ ກໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງຫວຽດນາມແມ່ນ ວຽກງານວິໄຈໂດຍໄວ ແລະ ມີຂອບຂະໜາດໃຫຍ່. ທ່ານ Matthew Moore ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມມີຄວາມໄວ້ເນື້ອເຊື່ອໃຈຢ່າງຍິ່ງຕໍ່ລັດຖະບານ. (ແຫຼ່ງຄັດຈາກ VOV)

ເວັບໄຊ nzherald.co.nz ຂອງນິວຊີແລນໄດ້ມີບົດຂຽນເຕື້ອງເຖິງບັນດາປັດໄຈ ທີ່ຊ່ວຍໃຫ້ຫວຽດນາມບັນລຸໄດ້ໝາກຜົນປະທັບໃຈໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ແມ່ນ ໃນໄລຍະເວລາກ່ວາ 1 ເດືອນທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນວົງຄະນະຍາດຕື່ມອີກ. ພາບປະກອບ: TTXVN ຕາມການຕີລາຄາຂອງນັກຊ່ຽວຊານສະຖາບັນນະໂຍບາຍຍຸດທະສາດອົດສະຕາລີແລ້ວ, ຫວຽດນາມປະສົບຜົນສຳເລັດຍ້ອນວ່າມີບັນດາປັດໄຈສັງລວມຄື: ລັດຖະບານປະຕິບັດວຽກງານໂຄສະນາເຜີຍແຜ່ໂດຍໄວ ແລະ ຈະແຈ້ງ, ລັດຖະບານໄດ້ກ່າວເຕືອນປະຊາຊົນໂດຍກົງກ່ຽວກັບຄວາມອັນຕະລາຍຂອງເຊື້ອໄວຣັດ Covid – 19 ແລະ ການຂາດເຂີນບັນດາແຫຼ່ງກຳລັງສາທາລະນະສຸກທີ່ມີຂອບຂະໜາດໃຫຍ່ ຖ້າຫາກວ່າ ເກີດໂລກລະບາດໃນວົງກ້ວາງ. ອີກປັດໄຈໜຶ່ງ ກໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງຫວຽດນາມແມ່ນ ວຽກງານວິໄຈໂດຍໄວ ແລະ ມີຂອບຂະໜາດໃຫຍ່. ທ່ານ Matthew Moore ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມມີຄວາມໄວ້ເນື້ອເຊື່ອໃຈຢ່າງຍິ່ງຕໍ່ລັດຖະບານ. (ແຫຼ່ງຄັດຈາກ VOV)