21/12/2020 09:52 GMT+7 Email Print Like 0

ນັກຮົບເກົ່າ ເຈິ່ນກວາງຢູ - ຜູ້ຫຼໍ່ລ້ຽງໄມຕີຈິດມິດຕະພາບ ຫວຽດນາມ - ກຳປູເຈຍ

      ພາຍຫຼັງປະຕິບັດສຳເລັດໜ້າທີ່ສູ້ຮົບ ແລະ ຊ່ວຍວຽກໃຫ້ແກ່ປະເທດເພື່ອນບ້ານ ກຳປູເຈຍ ແລ້ວກໍກັບຄືນມາປະເທດ ແຕ່ເຖິງວ່າຈະຮອດກະສຽນບຳນານແລ້ວກໍຕາມ ແຕ່ນັກຮົບເກົ່າ ເຈິ່ນກວາງຢູ ຍັງສືບຕໍ່ປະກອບເຫື່ອແຮງຂອງຕົນເຂົ້າໃນວຽກການສິດສອນພາສາຂະແມ ໂດຍບໍ່ຮັບຄ່າ ແລະແນະນຳວັດທະນະທຳຮີດຄອງປະເພນີຂອງປະເທດ ກຳປູເຈຍ ໃຫ້ແກ່ໄວໜຸ່ມ ຫວຽດນາມ ດ້ວຍຄວາມປາດຖະໜາຢາກເປັນຂົວຕໍ່ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ ລະຫວ່າງຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບດີງາມກວ່າເກົ່າ.
ນັກຮົບເກົ່າ ເຈິ່ນກວາງຢູ ສອນພາສາຂະແມຢູ່ວິທະຍາຄານການທະຫານ
       “ອ້າຍຄູ ຂະແມ” ແມ່ນຊື່ຫຼີ້ນ ເຊິ່ງນັກຮຽນຫຼາຍລຸ້ນຄົນໄດ້ຕັ້ງໃຫ້ນັກຮົບເກົ່າ ເຈິ່ນກວາງຢູ - ນັກຮົບຜູ້ກ້າຫານຂອງທະຫານປ້ອງກັນຊາຍແດນ ຫວຽດນາມ. ເຮືອນຢູ່ຂອງອ້າຍຄູ ທີ່ຜູກພັນກັບໜ້າທີ່ຫຼໍ່ລ້ຽງໄມຕີຈິດມິດຕະພາບ ຫວຽດນາມ - ກຳປູເຈຍ ມາເປັນເວລາກວ່າ 40 ປິນີ້ ຕັ້ງໃນຮ່ອມນ້ອຍໆແຫ່ງໜຶ່ງຢູ່ເມືອງ ຢໍ່ເວິບ, ນະຄອນໂຮ່ຈີມິນ. ໂດຍເຂົ້າເປັນທະຫານແຕ່ເດືອນກັນຍາ ປີ 1978 ແລ້ວຝຶກອົບຮົມຮອດເດືອນກຸມພາ ປີ 1979, ທ່ານຢູ ພ້ອມດ້ວຍເພື່ອນຮ່ວມກົມກອງໄດ້ຕັ້ງຖານທັບຢູ່ສາຍພູ Dongrek. ນັບແຕ່ນັ້ນມາ, ໃນໄລຍະຕໍ່ສູ້ ແລະ ເຮັດວຽກຢູ່ ກຳປູເຈຍ, ທ່ານ ຢູ ໄດ້ຕັດສິນໃຈຮຽນພາສາ ຂະແມ ເພື່ອຮ່ວມມືກັນຕໍ່ສູ້ທັງຊ່ວຍປະຊາຊົນ ກຳປູເຈຍ ທຳການຜະລິດ ແລະ ໂຄສະນາໃຫ້ແກ່ປະຊາຊົນ ກຳປູເຈຍ ເຂົ້າຮ່ວມການປະຕິວັດ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ ທ່ານ ຢູ ຍັງຄົງປະຕິບັດສຳເລັດໜ້າທີ່ ແລະ ຮຽນຮູ້ພາສາຂະແມໄດ້ເປັນຢ່າງດີ.
        ປີ 1980, ຂ້າພະເຈົ້າຮູ້ສຶກວ່າຕົນເອງໂຊກດີທີ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ທີ່ໄດ້ສະໜອງປື້ມຂຽນຫົວນ້ອຍໆໃຫ້ນັກຮົບພວກຂ້າພະເຈົ້າຄົນລະຫົວ ແລ້ວຂຽນໜັງສືບາງໂຕເປັນພາສາ ຂະແມຂ້າພະເຈົ້າ ໄດ້ໃຊ້ປຶ້ມຫົວນີ້ ຮຽນທັງເວັນທັງຄືນໃນສະໄໝນັ້ນການຮຽນພາສາຂະແມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະວ່າທັງຕໍ່ສູ້ທັງຊ່ວຍວຽກໃຫ້ປະເທດເພື່ອນບ້ານໃນຄາວນັ້ນກຳປູເຈຍ ບໍ່ມີວັດວາບໍ່ມີໂຮງຮຽນບໍ່ມີຕະຫຼາດບໍ່ໃຊ້ເງິນໝາຍຄວາມວ່າ ທົ່ວປະເທດຕົກເຂົ້າສູ່ສະພາບສົງຄາມສະນັ້ນ ຂ້າພະເຈົ້າຫາບິກກ້ານໜຶ່ງກໍຍາກມີພຽງແຕ່ຂຽນໃສ່ພື້ນດິນ ແລ້ວຫາໝູ່ເບິ່ງໃຫ້ວ່າ ອັນນີ້ແມ່ນຕົວໜັງສືຫຍັງ ແລະ ສອງຝ່າຍແລກປ່ຽນຖາມກັນຄືແນວນັ້ນ”.
        ປີ 1989, ທ່ານ ຢູ ປະຕິບັດສຳເລັດໜ້າທີ່ ແລ້ວກັບຄືນມາປະເທດ. ທ່ານຖືກສົ່ງໄປສອນພາສາຂະແມ ຢູ່ວິທະຍາຄານທະຫານປ້ອງກັນຊາຍແດນຊັ້ນກາງ ເລກ 2 ກອງບັນຊາການທະຫານປ້ອງກັນຊາຍແດນ. ເຖິງວ່າທ່ານກະສຽນບຳນານແລ້ວກໍຕາມ ແຕ່ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນເລັກໆນ້ອຍໆ, ທ່ານ ໄດ້ເຂົ້າຮ່ວມ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ຮັບດຳລົງຕຳແໜ່ງເປັນຮອງຜູ້ອຳນວຍການຜູ້ປະຈຳການສູນພາສາ ຂະແມ. ພັນຕີ ຫງວຽນແອັງບົ່ນ ສັງກັດວິທະຍາຄານການທະຫານ ທະຫານເຂດ 7 - ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
        ອ້າຍຄູ ຢູ ແມ່ນຄົນທີ່ມີລະດັບຄວາມຮູ້ກວ້າງ ແລະ ເລິກເຊິ່ງນອກຈາກການສອນ ພາສາຂະແມແລ້ວ ອ້າຍຄູ ຢູ ຍັງສອນວັດທະນະທຳຮີດຄອງປະເພນີຂອງປະເທດເພື່ອນບ້ານ ຕະຫຼອດຮອດແບບແຜນການດຳລົງຊີວິດ ກໍຄື ຄຸນສົມບັດຂອງທະຫານເວົ້າລວມ ແລະ ປະຊາຊົນຫວຽດນາມເວົ້າສະເພາະເມື່ອມີໂອກາດພົບປະແລກປ່ຽນກັບກອງທັບ ລາຊະອານາຈັກ ກຳປູເຈຍ ຫຼື ປະຊາຊົນ ກຳປູເຈຍແມ່ນພວກຂ້າພະເຈົ້າສາມາດແລກປ່ຽນ ແລະ ເປັນການສ້າງເງື່ອນໄຂສະດວກເພື່ອຮັດແໜ້ນສາຍພົວພັນກັບປະເທດເພື່ອນບ້ານ”. 
ທ່ານ ເຈິນກວາງຢູ ສອນພາສາ ຂະແມ ໂດຍບໍ່ຮັບຄ່າສອນໃຫ້ ສູນກາງສະມາຄົມມິິດຕະພາບ ຫວຽດນາມ - ກຳປູເຈຍ.
      ຕອນເຊົ້າຂອງແຕ່ລະມື້, ທ່ານ ຢູ ຈະຂຶ້ນຫ້ອງສອນຢູ່ວິທະຍາຄານການທະຫານ, ຮອດຕອນຄ່ຳ, ອ້າຍຄູຄົນນີ້ ພັດໄປສອນພາສາ ຂະແມ ໂດຍບໍ່ຮັບຄ່າສອນໃຫ້ ສູນກາງສະມາຄົມມິິດຕະພາບ ຫວຽດນາມ - ກຳປູເຈຍ. ບັນດານັກຮຽນຢູ່ທີ່ນີ້ ສ່ວນຫຼາຍແມ່ນພະນັກງານ, ທະຫານ, ຕຳຫຼວດ, ຄູອາຈານ, ນັກສຶກສາ ດ້ວຍຄວາມປາດຖະໜາຢາກຫາວຽກເຮັດງານທຳໃນທ່າອ່ຽງເຊື່ອມໂຍງໃນພາກພື້ນ ອາຊຽນ. ນາງ ເຈິ່ນທິງາ - ນັກຮຽນ ຢູ່ສູນພາສາ ຂະແມ ໃຫ້ຮູ້ວ່າ:
        “ໃນໄລຍະທີ່ຮຽນນຳອ້າຍຄູ ເຈິ່ນກວາງຢູຂ້າພະເຈົ້າ ເຫັນວ່າ ອ້າຍຄູ ຢູ ແມ່ນຄົນທີ່ສຸດຈິດສຸດໃຈກັບການສອນພາສາຂະແມໃຫ້ແກ່ຄົນຫວຽດຍ້ອນອ້າຍຄູ ຢູ ໄດ້ຕິດພັນກັບປະເທດ ກຳປູເຈຍ ມາຫຼາຍປີສະນັ້ນວັດທະນະທຳ ແລະ ຮີດຄອງປະເພນີຂອງປະເທດບ້ານໃກ້ເຮືອນຄຽງ ບໍ່ແມ່ນສິ່ງທີ່ແປກໃໝ່ສຳລັບເພິ່ນອີກແລ້ວການຍົກສູງລະດັບຄວາມຮູ້ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈໄດ້ພື້ນຖານວັດທະນະທຳຂອງປະເທດເພື່ອນມິດ ກຳປູເຈຍ ແລະ ກົງກັນຂ້າມໝູ່ເພື່ອນກຳປູເຈຍ ກໍຈະມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳຂອງ ຫວຽດນາມຜ່ານນັ້ນ ຂ້າພະເຈົ້າເຫັນໄດ້ວ່າສາຍພົວພັນ ແລະ ໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ນັບມື້ນັບສະໜິດຕິດພັນກວ່າ ແລະ ໄດ້ຍົກສູງຂຶ້ນກວ່າເກົ່າ”.
        ໃນໄລຍະປະຫວັດສາດ, ຫວຽດນາມ - ກຳປູເຈຍ ຍາມໃດກໍຮຽງບ່າຮຽງໄຫຼ່ເພື່ອພ້ອມກັນຕ້ານສັດຕູ. ສຳລັບ ທ່ານ ຢູ, ໃນສະໄໝສົງຄົມ, ທ່ານຮຽນພາສາຂະແມ ເພື່ອຊ່ວຍເພື່ອນ, ສ່ວນໃນສະໄໝສັນຕິພາບຄືວັນນີ້, ທ່ານສອນພາສາ ຂະແມ ເພື່ອຊ່ວຍຄົນລຸ້ນໜຸ່ມ ຢູ່ ຫວຽດນາມ. ເພາະວ່າ, ທ່ານຢູ ຖືວ່າ, ການຮຽນພາສາ ຂະແມ ຈະເປີດໂອກາດຫາວຽກເຮັດງານທຳຢ່າງຫຼວງຫຼາຍ. ທ່ານ ເຈິ່ນກວາງຢູ ແບ່ງປັນຕື່ມອີກວ່າ:
        ປັດຈຸບັນບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ພວມມີທ່າອ່ຽງຫັນທິດມາ ອາຊຽນເພາະສະນັ້ນຜູ້ໃດຮູ້ພາສາຂອງປະເທດບ້ານໃກ້ເຮືອນຄຽງ ແມ່ນດີຫຼາຍເພາະວ່າ ພວມມີໂອກາດຫຼາຍຢ່າງທີ່ລໍຄອຍບັນດາເພື່ອນໜຸ່ມຢູ່ຖ້າຫາກວ່າ ບັນດາເພື່ອນໜຸ່ມ ຮູ້ພາສາຂອງປະເທດໃຫ້ຄຽງຄື ກຳປູເຈຍເຂົາເຈົ້າຈະມີໂອກາດຫຼາຍຢ່າງ ບໍ່ວ່າກ່ຽວກັບການຫາວຽກເຮັດງານທຳການໄປມາຫາສູ່ແລກປ່ຽນພັດທະນາກໍຈະສະດວກສະບາຍກວ່າພວກເຮົາຄວນຮຽນພາສາຂອງບັນດາປະເທດໃກ້ຄຽງ ເພື່ອມີຄວາມເຂົ້າໃຈການຫຼາຍກວ່າ ແລະ ເປັນຂົວຕໍ່ເພື່ອຮັກສາໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.
            ດ້ວຍຄວາມສູ້ຊົນ ແລະ ການປະກອບສ່ວນຢ່າງບໍ່ຢຸດຢັ້ງຂອງຕົນ, ທ່ານ ຢູ ໄດ້ຮັບຫຼຽນກາທີ່ລະນຶກນາຍຄູ ຈາກກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ. ນອກຈາກນັ້ນ, ທ່ານຍັງໄດ້ຮັບໃບຢັ້ງຢືນ ນາຍແປພາສາຂັ້ນຍຸດທະບັ້ນຮົບ, ຍຸດທະສາດ ຈາກວິທະຍາຄານປ້ອງກັນຊາດອີກດ້ວຍ. ປີ 2006, ທ່ານອຳນວຍການໂຮງຮຽນທະຫານປ້ອງກັນຊາຍແດນ ຊັ້ນກາງ ເລກ 2 ມອບຂໍ້ຕົກລົງໃຫ້ທ່ານເປັນຜູ້ຮຽບຮຽງຕຳລາການຮຽນການສອນ ພາສາ ຂະແມ ເຂົ້າໃນກິດຈະກຳວິທະຍາສາດ. ທ່ານກໍໄດ້ຮັບໃບຍ້ອງຍໍຫຼາຍໃບຈາກສູນກາງ ສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍ. ບັນດາຜົນງານອັນລຳ້ຄ່າ ແລະ ໜ້າເອກອ້າງທະນົງໃຈຂອງທ່ານ ຢູ ໄດ້ເປັນຫຼັກຖານຢັ້ງຢືນໃຫ້ແກ່ການປະກອບສ່ວນຂອງທ່ານເຂົ້າໃນການຫຼໍ່ລ້ຽງໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ພ້ອມກັນນັ້ນ ກໍສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ ແລະ ຄວາມເອກອ້າງທະນົງໃຈຕໍ່ກັບຄວາມຮັກບ້ານເກີດເມືອງນອນ ແລະ ປະເທດຊາດ ຂອງນັກຮົບເກົ່າ ໃນການເຊື່ອມຕໍ່, ປັບປຸງ ແລະ ພັດທະນາວຽກງານການຕ່າງປະເທດລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບດີງານກວ່າເກົ່າ./. 
(ແຫຼ່ງຄັດຈາກ VOV)