ເວລາ 10 ໂມງ ເຊົ້າ, ຢູ່ ຫໍປະຊຸມຂອງພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ເພື່ອນ ກະຣິດຈັນ ແລະ ພາວີນີ ພ້ອມກັບນັກສຶກສາ 6 ຄົນ ນຸ່ງຊຸດເຄື່ອງແບບ ຕາງຫນ້າໃຫ້ 8 ພະແນກຂອງມະຫາວິທະຍາໄລ ອາລົງກອນ ພວມແນະນຳໃຫ້ນັກສຶກສາຫວຽດນາມ ກວ່າ 40 ຄົນ.
ເພື່ອນ ກະຣິດຈັນ ແລະ ພາວີນີ ແນະນຳສົ້ມຕຳຂອງໄທໃຫ້ເພື່ອນນັກສຶກສາຫວຽດນາມກວ່າ 40 ຄົນ.
“ນີ້ແມ່ນສົ້ມຕຳຂອງໄທ, ສົ້ມຕຳກໍ່ມີຫລາຍປະເພດ ຄື: ສົ້ມຕຳຂອງລາວ, ສົ້ມຕຳປູ. ສົ້ມຕຳແມ່ນເຍື່ອງອາຫານຊື່ງນັກທ່ອງທ່ຽວຕ່າງປະເທດຜູ້ໃດເມື່ອມາຢ້ຽມຢາມ ໄທ ກໍ່ຢາກຊີມເທື່ອຫນຶ່ງ, ເຂົາເຈົ້າເຄີຍຖາມວ່ານີ້ແມ່ນສົ້ມຕຳຂອງໄທແມ່ນບໍ່. ສົ້ມຕຳນີ້ແມ່ນມີປະໂຫຍດຕໍ່ສຸຂະພາບ ເພາະໃນສົ້ມຕຳມີຜັກ, ກຸ້ງ, ແລະ ຫລາຍຢ່າງອີກ, ເມື່ອໄດ້ຮັບປະທານແລ້ວຈະຊ່ວຍໃຫ້ສຸຂະພາບແຂງແຮງ.”

ນັກສຶກສາໄທແນະນຳວິທີເຮັດສົ້ມຕຳຂອງໄທໃຫ້ນັກສຶກສາຫວຽດນາມ
ວິຊາ ໄທວິທະຍາ ໄດ້ນຳເຂົ້າສິດສອນຢູ່ ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ແຕ່ປີ 1999. ນອກຈາກເອົາໃຈໃສ່ບຳລຸງສ້າງພາສາໄທໃຫ້ແກ່ບັນດານັກສຶກສາ, ຫລັກສູດຍັງສະຫນອງບັນດາຄວາມຮູ້ພື້ນຖານກ່ຽວກັບບັນດາຂົງເຂດອື່ນຄື: ວັດທະນະທຳ, ເສດຖະກິດ, ການເມືອງ, ການພົວພັນຕ່າງປະເທດ… ແຕ່ລະປີ ທາງໂຮງຮຽນຕ້ອນຮັບຄະນະນັກສຶກສາຈາກບັນດາມະຫາວິທະຍາໄລຂອງໄທຄື: ທຳມະສາດ, ຣາດຊະພັດພະນາກອນ, ຣາດຊະພັດສົມເດັດເຈົ້າພະຍາ, ຣາດຊະພັດເລີຍ ແລະ ຣາດຊະພັດພະນາກອນຣາດຈະສີມາເປັນຕົ້ນມາພົບປະແລກປ່ຽນ. ອາຈານ ຫງວຽນເຕືອງລາຍ ຄູສອນພາສາໄທ ຂອງພະແນກດັ່ງກ່າວໃຫ້ຮູ້ວ່າ:
“ພາຍຫລັງການພົບປະແລກປ່ຽນຄັ້ງນີ້ ການພົວພັນລະຫວ່າງ ມະຫາວິທະຍາໄລສອງແຫ່ງ ມີຄວາມສະຫນິດຕິດພັນກວ່າ ແລະ ສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃຫມ່ ເພື່ອປະຕິບັດບັນດາການຮ່ວມມື, ແລກປ່ຽນຢ່າງລະອຽດກວ່າ.”ບັນດາການເຄື່ອນໄຫວພົບປະແລກປ່ຽນປະຈຳປີລະຫວ່າງ ພະແນກ ກັບບັນດາມະຫາວິທະຍາໄລຂອງໄທ ໄດ້ເປີດບັນດາກາລະໂອກາດໃຫມ່ໃຫ້ແກ່ນັກສຶກສາຄືດັ່ງຄຳແບ່ງປັນຂອງເພື່ອນ ຫງວຽນທິເຟືອງຖາວ, ນັກສຶກສາປີທີ 2 ແລະ ເພື່ອນ ຮ່ວາງທິຮວາ ນັກສຶກສາປີທີ 3.
“ນ້ອງມັກພົບປະແລກປ່ຽນກັບຊາວໄທ, ເພາະວ່າ ເມື່ອໄດ້ພົບປະກັບເພື່ອນໄທ, ນ້ອງມີໂອກາດໄດ້ໂອ້ລົມດ້ວຍພາສາໄທ. ບັນດາການພົບປະແລກປ່ຽນຄືແນວນີ້ ໄດ້ຊ່ວຍໃຫ້ພວກນ້ອງຫລາຍຢ່າງ. ໃນການພົບປະແລກປ່ຽນນີ້ ພວກນ້ອງໄດ້ໝູນໃຊ້ສິ່ງທີ່ໄດ້ຮຽນຜ່ານປື້ມເພື່ອໂອ້ລົມກັບພວກເພື່ອນ, ເມື່ອພວກນ້ອງເວົ້າພາສາໄທບໍ່ແຈ້ງ ພວກເພື່ອນກໍ່ດັດແກ້ໃຫ້”
“ເຂົ້າຮ່ວມການພົບປະແລກປ່ຽນນີ້ ນ້ອງມີເພື່ອນໃຫມ່ຕື່ມອີກ, ນອກນັ້ນ ນ້ອງຍັງໄດ້ມີໂອກາດຝືກແອບພາສາໄທ. ຜ່ານການປຸງແຕ່ງອາຫານໄທ ນ້ອງໄດ້ຮູ້ສັບໃຫມ່ຕື່ມອີກ ແລະ ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອວັດທະນະທຳຂອງຊາວໄທກວ່າ.”

ການພົບປະແລກປ່ຽນກັບບັນດາມະຫາວິທະຍາໄລໄທ
ມາຮອດປະຈຸບັນ, ພາຍຫລັງເກືອບ 20 ຊຸດບຳລຸງສ້າງ ມີນັກສຶກສາຮຽນພາສາໄທຮັບຮ້ອຍໆຄົນ ຂອງພະແນກດັ່ງກ່າວໄດ້ຮຽນຈົບແລ້ວ ແລະ ຍ້ອນມີການພົວພັນຢ່າງກວ້າງຂວາງກັບບັນດາມະຫາວິທະຍາໄລຂອງໄທ, ສະນັ້ນ ມີນັກສຶກສາກວ່າ 40 ຄົນ ໄດ້ຮັບທຶນການສຶກສາບຳລຸງລະດັບປະລິນຍາໂທ ແລະ ປະລິຍາເອກ ຈາກຝ່າຍໄທ. ໃນນັ້ນ ມີບາງຄົນຮຽນຈົບໄດ້ກັບຄືນເມືອເປັນຄູສອນຢູ່ພະແນກ, ສືບຕໍ່ສ້າງຄວາມດູດດື່ມໃຫ້ແກ່ນັກສຶກສາລຸ້ນຕໍ່ໄປໃນການຮຽນພາສາໄທ. ເມື່ອຕີລາຄາກ່ຽວກັບນັກສຶກສາຮຽນປະລິຍາໂທ ຢູ່ ໂຮງຮຽນ ເອື້ອຍຄູ ທິດຕິພົນ ພະໄຈຢາຄຸນ ຄູສອນຂອງໂຮງຮຽນໃຫ້ຮູ້ວ່າ:
"ບັນດານັກສຶກສາຫວຽດນາມ ໄປຮຽນຢູ່ໂຮງຮຽນພວກຂ້າພະເຈົ້າ ສາມາດນຳໃຊ້ພາສາໄທ, ມີຄຸນສົມບັດດີ ແລະ ເຊື່ອມຕົວເຂົ້າກັບຊາວໄທ. ບາງເທື່ອພວກຂ້າພະເຈົ້າເຫັນວ່າ ພວກເພື່ອນຄືກັນກັບຊາວໄທ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການສິດສອນກ່ຽວກັບວັດທະນະທຳ ໄທຢູ່ ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດແມ່ນເລິກເຊິ່ງທີ່ສຸດ.”ໃນໄລຍະດຳເນີນການພົບປະແລກປ່ຽນກັບນັກສຶກສາ ປົກກະຕິຈະດຳເນີນໃນເວລາ 1 ອາທິດ ເຖິງ 10 ມື້, ແຕ່ໄດ້ຊ່ວຍໃຫ້ພວກເພື່ອນນັກສຶກສາຫລາຍຢ່າງ, ສ້າງສະພາບແວດລ້ອມໃນການພົວພັນແລກປ່ຽນ, ສ້າງກາລະໂອກາດມີວຽກເຮັດງານທຳ ແລະ ສ້າງກຳລັງຫນູນຊ່ວຍໃຫ້ພວກເພື່ອນຍິ່ງນິຍົມພາສາຊຶ່ງຕົນເອງໄດ້ເລືອກເຟັ້ນ.
(ແຫຼ່ງຄັດຈາກ VOV)