09/07/2019 10:10 GMT+7 Email Print Like 0

ນະຄອນ ໂຮ່ຈີມິນ ຮັກສາມໍລະດົກສະຖາປັດຕະຍະກຳ

      ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງທີ່ຂະຫຍັນຂັນເຄື່ອນ ດ້ວຍອາຍຸພຽງກວ່າ 300 ປີ, ແຕ່ໃນບໍລິເວນນະຄອນກໍ່ມີມໍລະດົກສະຖາປັດຕະຍະ ກຳຫຼາຍແຫ່ງ ທີ່ເປັນເອກະລັກ ເຊິ່ງໄດ້ເປັນຮູບເປັນຮ່າງໃນຕະຫຼອດ ໄລຍະປະຫວັດສາດແຫ່ງການຂະຫຍາຍຕົວ. ດ້ວຍລະດັບການຫັນເປັນຕົວເມືອງ ຢ່າງວ່ອງໄວຄືໃນປັດຈະບັນ, ບັນຫາບັນດາມໍລະດົກສະຖາປັດຕະຍະກຳ ອັນລ້ຳຄ່າທີ່ມີຄວາມສ່ຽງຖືກສູນຫາຍໄປ ກໍ່ແມ່ນບັນຫາທາງນະຄອນຕ້ອງປະເຊີນໜ້າ. ປັດຈຸບັນທາງນະຄອນພວມແກ້ໄຂບັນຫາ ທັງພັດທະນາເສດຖະກິດ ທັງຮັບປະກັນຮັກສາມໍລະດົກ ສະຖາປັດຕະຍະກຳໃຫ້ແກ່ຄົນລຸ້ນຫຼັງ

ໂບດດຶກບ່າ 
      ຕາມການສະຖີຕິແລ້ວ, ນະຄອນ ໂຮ່ຈີມິນ ໃນປັດຈຸບັນມີປູຊະນີຍະສະຖານ 172 ແຫ່ງ, ໃນນັ້ນມີ 40 ແຫ່ງແມ່ນກິດຈະກຳສະຖາປັດຕະຍະກຳ ທີ່ອາດຈະເສີມຂະຫຍາຍກາຍເປັນສະຖານທີ່ທ່ອງທ່ຽວ. ມາຮອດປັດຈຸບັນບັນດາກິດຈະກຳ ສະຖາປັດຕະຍະກຳທີ່ໂດດເດັ່ນຢູ່ນະຄອນຄື ໂບດດຶກບ່າ, ໂຮງໄປສະນີສູນກາງ, ຕະຫຼາດເບ໊ນແທັ່ງ, ສຳນັກງານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຍັງໄດ້ຮັບຖືວ່າເປັນສັນຍາລັກຂອງນະຄອນ ເພາະວ່າມັນຊ້ອນແຝງບັນດາຄຸນຄ່າທາງດ້ານວິຈິດຕະກຳ, ວັດທະນະທຳປະຫວັດສາດ. ວຽກງານຮັກສາມໍລະດົກສະຖາປັດຕະຍະກຳຂອງນະຄອນ ໂຮ່ຈີມິນ ໄດ້ຮັບຄວາມເອົາໃຈໃສ່ຢ່າງແທ້ຈິງ ຂະນະທີ່ທ້າຍປີ 2018, ນະຄອນໄດ້ມີວິທີການບູລະນະ ທຳນຽມເທື່ອງເທີ, ປັດຈຸບັນແມ່ນສຳນັກງານຂອງພະແນກ ຖະແຫຼງຂ່າວ ແລະ ສື່ສານ ເພື່ອເປີດກວ້າງເຂດເຮັດວຽກຂອງອຳນາດການປົກຄອງ. ອາຄານແຫ່ງນີ້ມີອາຍຸ 130 ປີ ຖືກອອກແບບຕາມສະຖາປັດຍາກຳຂອງຝະລັ່ງ ຕຶກອາຄານນີ້ກໍ່ໄດ້ຄົງຕົວ  ຜ່ານບັນດາໄລຍະຜັນແປແຫ່ງປະຫວັດສາດຂອງນະຄອນ. ປັດຈຸບັນທົ່ວນະຄອນມີເຮືອນວິນລາທີ່ເກົ່າແກ່ປະມານ 1.300 ຫຼັງ ແຕ່ສ່ວນຫຼາຍແມ່ນຂອງເອກະຊົນ ດັ່ງນັ້ນວຽກງານອະນຸລັກມໍລະດົກເຫຼົ່ານັ້ນ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານ ນາງ ປອ ຫງວຽນທິເຮົ້າ ເລຂາທິການໃຫຍ່ສະມາຄົມວິທະຍາສາດ ປະຫວັດສາດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ເພື່ອອະນຸລັກມໍລະດົກໃນຂະບວນວິວັດແຫ່ງການພັດທະນາຕົວເມືອງ, ບົດບາດຕັດສິນ ແມ່ນຂຶ້ນກັບອຳນາດການປົກຄອງ ແລະ ນັກລົງທຶນ, ບົດບາດທີ່ສຳຄັນແມ່ນນັກຄົ້ນຄວ້າ ແລະ ວົງຄະນາຍາດ. ໃນສະເພາະໜ້າ, ອຳນາດການປົກຄອງ ກໍ່ຕ້ອງມີວິໄສທັດຢ່າງແທ້ຈິງ ເຊິ່ງສະແດງອອກຜ່ານການວາງແຜນຜັງ ລະອຽດ, ປະຕິບັດຕາມບັນດານະໂຍບາຍອະນຸລັກ ແລະ ລະບຽບກົດໝາຍ”.
ນັກສະຖາປະນິກ ເຈິ່ນວັນຄ໋າຍ ອະດີດຫົວໜ້າພະແນກ ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ບຳລຸງສ້າງເໜືອມະຫາວິທະຍາໄລ, ວິທະຍາໄລເຄຫານະຄອນ ໂຮ່ຈີມິນ ຖືວ່າ ເພື່ອແກ້ໄຂຂໍ້ຄັດແຍ່ງກັນລະຫວ່າງການອະນຸລັກມໍລະດົກ ແລະ ພັດທະນາຕົວເມືອງນັ້ນ, ວິທີການແກ້ໄຂແມ່ນການຫັນການອະນຸລັກໃຫ້ກາຍເປັນແຫຼ່ງກຳລັງພັດທະນາ. ທ່ານ ເຈິ່ນວັນຄ໋າຍ ເວົ້າວ່າ:
 “ໃນພາກລັດ ກໍ່ມີສາມເຄື່ອງມືທີ່ສຳຄັນ: ວາງແຜນຜັງນຳໃຊ້ທີ່ດິນ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ນະໂຍບາຍສ່ວຍສາອາກອນ. ບັນດານະໂຍບາຍຂອງລັດ ບໍ່ພຽງແຕ່ຕ້ອງປະຕິບັດແບບບັງຄັບເທົ່ານັ້ນ ຫາກຍັງຕ້ອງຊ່ວຍໜູນທຸກໆຄົນ. ເຮັດແນວໃດເພື່ອໃຫ້ຜູ້ທີ່ມີມໍລະດົກທັງມີລາຍຮັບທີ່ດີ  ເພື່ອໃຫ້ເຂົາເຈົ້າບໍ່ຕ້ອງທັບມ້າງມໍລະດົກ, ເປັນອັນວ່າເຂົາເຈົ້າຈະອະນຸລັກຮັກສາ”.
ເມື່ອຕັ້ງບັນຫາການອະນຸລັກມໍລະດົກຕິດພັນກັບການຂຸດຄົ້ນມູນຄ່າເສດຖະກິດ, ນັກສະຖາປະນິກ ກາວແທັ່ງງຽບ ສະມາຊິກສະມາຄົມສະຖາປະນິກນະຄອນ ໂຮ່ຈີມິນ ຖືວ່າ ທາງນະຄອນຕ້ອງມີການວາງແຜນກຳນົດມໍລະດົກ ກ່ອນທີ່ຈະມີການວາງແຜນຜັງຕົວເມືອງ. ເມື່ອປະຕິບັດຕາມຂັ້ນຕອນດັ່ງກ່າວ ສຳລັບເຂດດິນໜຶ່ງທີ່ມີມໍລະດົກນັ້ນ, ວິສາຫະກິດກໍ່ຍັງຄົງສາມາດຮັກສາມໍລະດົກ ແລະ ຍັງຄົງເສີມຂະຫຍາຍໄດ້ຄຸນຄ່າຂອງເນື້ອທີ່ດິນໄດ້. ທ່ານ ກາວແທັ່ງງຽບ ເວົ້າວ່າ:
“ການອະນຸລັກຮັກສາ ແລະ ພັດທະນາແມ່ນສອງດ້ານທີ່ພົວພັນແບບອົງຄະທາດນຳກັນ, ຖ້າຫາກກຳນົດໄດ້ການອະນຸລັກເຂດໃຈກາງທີ່ດີນັ້ນ, ວຽກງານພັດທະນາຕົວເມືອງຢູ່ບັນດາເມືອງອ້ອມແອ້ມ ກໍ່ຈະສາມາດພັດທະນາໄດ້ ຄວນມີບັນຊີລາຍຊື່ບັນດາກິດຈະກຳອະນຸລັກຮັກສາຂັ້ນນະຄອນ ໂດຍບໍ່ຕ້ອງການລໍຖ້າຈັດອັນດັບແມ່ນມໍລະດົກລະດັບຊາດ.”
 ທາງດ້ານອົງການຄຸ້ມຄອງ, ທ່ານ ເຈືອງກີມກວນ ຜູ້ອຳນວຍການສູນອະນຸລັກປູຊະນີຍະສະຖານນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ວຽກງານອະນຸລັກຮັກສາມໍລະດົກວັດທະນະທຳ ໃນບໍລິເວນນະຄອນ ກໍ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຫຼື ມໍລະດົກວັດທນະທຳ ບໍ່ໄດ້ຮັບການອະນຸລັກຢ່າງສົມເຫດສົມຜົນ, ເປັນຕົ້ນແມ່ນບັນດາກິດຈະກຳຕິດພັນກັບສະຖາປັດຍາກຳຕົວເມືອງ, ການຄົ້ນຄວ້າບູຮານຄະດີ. ທ່ານ ເຈືອງກີມກວນ ເວົ້າວ່າ:
“ກ່ຽວຂ້ອງເຖິງບັນດາກິດຈະກຳສະຖາປັດຕະຍະກຳ ທີ່ໄດ້ຮັບການອະນຸລັກຮັກສານັ້ນ, ບັນດາກິດຈະກຳຢູ່ອ້ອມແອ້ມກໍ່ຕ້ອງໄດ້ຮັບຜິດຊອບ ໜູນຊ່ວຍທາງດ້ານເສດຖະກິດ. ເມື່ອເຂົາເຈົ້າຢູ່ຄຽງຂ້າງກິດຈະກຳມໍລະດົກນັ້ນ, ກໍ່ໄດ້ຮັບການຊົມໃຊ້ທາງດ້ານຜົນປະໂຫຍດ ກ່ຽວກັບການນຳໃຊ້ທີ່ດິນ, ລະດັບຄວາມໜາແໜ້ນຂອງການກໍ່ສ້າງ”.
ການອະນຸລັກຮັກສາມໍລະດົກສະຖາປັດຕະຍາກຳ ແມ່ນສາມາດໄປຄຽງຄູ່ພ້ອມກັບຂະບວນວິວັດແຫ່ງການຫັນເປັນຕົວເມືອງ, ຖ້າຫາກວ່າບັນດາຝ່າຍຮູ້ແກ້ໄຂທາງດ້ານຜົນປະໂຫຍດໃຫ້ກົມກຽວນຳກັນ. ເຈົ້າຂອງມໍລະດົກ ຫຼື  ວິສາຫະກິດກໍ່ສາມາດຫັນມໍລະດົກ ສະຖາປັດຕະຍາກຳໃຫ້ກາຍເປັນແຫຼ່ງກຳລັງເສດຖະກິດ ເພື່ອພັດທະນາການທອງທ່ຽວ, ຂຸດຄົ້ນຄຸນຄ່າທາງດ້ານວັດທະນະທຳ. ສຳຄັນກວ່ານັ້ນການອະນຸລັກຮັກສາມໍລະດົກ ສະຖາປັດຕະຍາກຳ ແມ່ນຄວາມຮັບຜິດຊອບ ແລະ ພັນທະຂອງລຸ້ນຄົນໃນປັດຈຸບັນ,ເພື່ອທັງເຄົາລົບປະຫວັດສາດ ທັງສ້າງແຫຼ່ງຊັບພະຍາກອນທີ່ປະເສີດເລີດລ້ຳໃຫ້ແກ່ຄົນລຸ້ນຫຼັງ. 
 (ແຫຼ່ງຄັດຈາກ VOV)