• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີ໋ມີນປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາ

 ໃນຕອນເຊົ້າວັນທີ 2 ມັງກອນ, ຄະນະກຳມະການນະຄອນ ໂຮ່ຈີ໋ມີນ ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານນະຄອນໃນປີ 2018.

ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ
(ພາບ: PLO)
      ປີ 2018 ແມ່ນປີທຳອິດເຊິ່ງນະຄອນໄດ້ຮັບອະນຸຍາດຈາກກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານ ໃຫ້ທົດລອງປະຕິບັດກົນໄກ, ນະໂຍບາຍພິເສດສະເພາະດ້ວຍ 18 ເນື້ອໃນ ແລະ 5 ຂົງເຂດເພື່ອພັດທະນາວ່ອງໄວ, ແບບຍືນຍົງ. ອີງໃສ່ບັນດາກົນໄກນະໂຍບາຍນີ້ ແລະ ສະພາບຕົວຈິງ, ນະຄອນວາງອອກ 20 ຕົວເລກຄາດໝາຍພັດທະນາຕົ້ນຕໍດ້ວຍ 8 ໝວດໜ້າທີ່ມາດຕະການຈຸດສຸມເພື່ອປະຕິບັດ. ໃນນັ້ນ, ນະຄອນສືບຕໍ່ປະຕິຮູບບັນດາລະບຽບການບໍລິຫານ, ດຶງດູດການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ໜູນຊ່ວຍວິສາຫະກິດ, ສ້າງນະຄອນສະຫຼາດ, ປັບປູງຕົວເມືອງ…ເພື່ອຮັບປະກັນປະຕິບັດບັນດາແຜນການນັ້ນ, ນະຄອນຄວນລະດົມແຫຼ່ງກຳລັງຂອງທົ່ວສັງຄົມ ແລະ ນຳໃຊ້ບັນດາແຫຼ່ງເງິນລົງທຶນຢ່າງມີປະສິດທິຜົນ. ທ່ານ ສືຫງ້ອກແອງ, ຫົວໜ້າພະແນກແຜນການ - ການລົງທຶນ ນະຄອນ ໂຮ່ຈີ໋ມີນ ໃຫ້ຮູ້ວ່າ:
      “ສຳລັບຄາດໝາຍເຕີບໂຕຍອດຜະລິດຕະພັນໃນບໍລິເວັນເຂດ (GRDP) ນະຄອນແມ່ນ 8,3 – 8,5% ຕ້ອງລະດົມ 35% GRDP ໃຫ້ການລົງທຶນພັດທະນາ. ຄາດວ່າຈະລະດົມເງິນລົງທຶນທົ່ວສັງຄົມແມ່ນ 418 – 420.000 ຕື້ດົ່ງ. ”
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top