• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆຈັດຕັ້ງວັນບຸນບໍລິຈາກເລືອດໃນປີ 2018

      ຕອນເຂົ້າວັນທີ 14 ມັງກອນ, ມີຜູ້ອາສາສະໝັກກວ່າ 1.500 ຄົນຊື່ງແມ່ນພະນັກງານ, ຊາວຫນຸ່ມ, ນັກຮຽນ, ນັກສຶກສາ ແຂວງ ແທງຮວາ ໄດ້ເຂົ້າຮ່ວມວັນບຸນບໍລິຈາກເລືອດ ດ້ວຍຫົວຂໍ້ “ວັນອາທິດບໍລິຈາກເລືອດຄັ້ງທີ 10 ປີ 2018”. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບເລືອດຈາກການບໍລິຈາກແມ່ນ 700 ຖົງ. 

ຊາວຫນຸ່ມເຂົ້າຮ່ວມການບໍລິຈາກເລືອດ
ພາບ:bao yen bai
      ຢູ່ແຂວງເງ້ອານ, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດແຂວງ ໄດ້ຈັດຕັ້ງວັນ “ອາທິດບໍລິຈາກເລືອດ”ຄັ້ງທີ 10 ປີ 2018 ເຊັ່ນດຽວກັນ. ນະທີ່ນີ້ ມີພະນັກງານ, ຊາວຫນຸ່ມ ກວ່າ 1000 ຄົນຈົດທະບຽນເຂົ້າຮ່ວມ ແລະ ຄາດວ່າ ຈະໄດ້ຮັບເລືອດຈາກການບໍລິຈາກ ແມ່ນເກືອບ 1000 ຖົງ. ສ່ວນຢູ່ແຂວງ ດົງນາຍ, ອຽນບາຍ ກໍ່ໄດ້ຈັດຕັ້ງວັນບຸນ ບໍລິຈາກເລືອດ ແລະ ຄາດວ່າ ຈະໄດ້ຮັບເລືອດຈາກການບໍລິຈາກກວ່າ 520 ຖົງ.      
      ໃນໄລຍະ 9 ປີຈັດຕັ້ງວັນບຸນດັ່ງກ່າວ (2008-2017), ຂະບວນການບໍລິຈາກເລືອດໃນວັນອາທິດ ໄດ້ຂົນຂວາຍຜູ້ມາບໍລິຈາກເລືອດເປັນຈຳນວນຫລວງຫລາຍ ແລະ ໄດ້ຮັບເລືອດ ຈາກການບໍລິຈາກແມ່ນ 70.000 ຖົງ.
 (ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ.

Top