• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຮອງນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕ່ຽນຢາງ

      ໃນຕອນບ່າຍວັນທີ 26 ຕຸລາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ ແລະ ຄະນະປະຕິບັດງານ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ  ຕ່ຽນຢາງ.

ທ່ານຮອງນາຍົກລັດຖະມົນຕີ ລາວ ແລະ ການນຳແຂວງ ຕ່ຽນຢາງ (ພາບ: TTXVN)
      ທ່ານ ຫງວຽນວັນແຢງ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຕ່ຽນຢາງ ເປັນເຈົ້າພາບການຕ້ອນຮັບ ແລະ ເຮັດວຽກກັບ ຄະນະ. ທີ່ການຕ້ອນຮັບ, ທ່ານ  ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ ເຊິ່ງແຂວງ ຕ່ຽນຢາງ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ຮອງນາຍົກລັດຖະມົນຕີ ລາວ ເອົາໃຈໃສ່ເຖິງຄວາມສາມາດບົ່ມຊ້ອນຮ່ວມມືຂອງແຂວງ ຕ່ຽນຢາງ ກັບ ບັນດາທ້ອງຖິ່ນຂອງ ລາວ, ພິເສດແມ່ນໃນຂົງເຂດກະສິກຳ, ການພັດທະນາທ່ອງທ່ຽວຊີວະພາບ ແລະ ບັນດາບັນຫາກ່ຽວຂ້ອງ. ທ່ານ ຮອງນາຍົກລັດຖະມົນຕີ ລາວ ປາດຖະໜາວ່າ ບັນດາຄວາມສາມາດບົ່ມຊ້ອນນີ້ຂອງ ຕ່ຽນຢາງ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ, ຂຸດຄົ້ນຢ່າງດີໃນອານາຄົດ.
        ກໍ່ໃນໂອກາດການຢ້ຽມຢາມຢູ່ແຂວງ ຕ່ຽນຢາງ, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ມາຢ້ຽມຢາມສະຖາບັນຕົ້ນໄມ້ໃຫ້ໝາກພາກໃຕ້ ແລະ ສູນລ້ຽງປູກສະໝູນໄພທະຫານພາກ 9 ທີ່ຕັ້ງທັບໃນບໍວິເວນແຂວງ.
(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top