ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ 13 ຂອງ ພັກ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຂອງພັກ ໄດ້ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
ທີ່ກອງປະຊຸມ, ບັນດາສະມາຊິກອະນຸກຳມະການເນື້ອໃນໄດ້ ສືບຕໍ່ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ບັນດາບັນຫາ ຄື: ຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ກ່ຽວກັບການຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ກ່ຽວກັບການຄາດຄະເນສະພາບການ; ກ່ຽວກັບທັດສະນະຊີ້ນຳ; ກ່ຽວກັບເປົ້າໝາຍພັດທະນາ; ກ່ຽວກັບບັນດາບາດກ້າວບຸກທະລຸທາງດ້ານຍຸດທະສາດ ແລະ ການກຳນົດທິດໜ້າທີ່, ມາດຕະການພັດທະນາບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕັກເຕືອນວ່າ:
“ຕ້ອງມີຄວາມເອົາໃຈໃສ່ທີ່ສຸດ, ເອກະສານກອງປະຊຸມໃຫຍ່ຂອງພັກ ຕ້ອງມີລັກສະນະຍຸດທະສາດ, ລັກສະນະທິດສະດີ, ລັກສະນະການເມືອງຢ່າງສູງ; ພ້ອມທັງຕ້ອງມີລັກສະນະມະຫາຊົນ, ລຽບງ່າຍ, ໃຜອ່ານກໍເຂົ້າໃຈ, ຂຽນແນວໃດໃຫ້ເຂົ້າໃຈງ່າຍ, ຈື່ໄດ້ງ່າຍ ແລະ ກວດກາໄດ້ຢ່າງງ່າຍດາຍ”.
(ແຫຼ່ງຄັດຈາກ VOV)