• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ສົ່ງ​ຈົດ​ໝາຍອ​ວຍ​ພອນ​ເນື່ອງ​ໃນ​ໂອ​ກາດ 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວ ຫວຽດນາມ (ວັນທີ 21 ເມສາ 1950 – 21 ເມສາ 2020), ທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງໄດ້ສົ່ງຈົດໝາຍອວຍພອນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ  (ພາບ: chinhphu.vn)

ໃນຈົດໝາຍໄດ້ຊີ້ແຈ້ງວ່າ 70 ປີທີ່ຜ່ານມາ, ນັບແຕ່ວັນສ້າງຕັ້ງຢູ່ ຖານທີ່ໝັ້ນຫວຽດບັກ ໃນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝລັ່ງ, ສະມາຄົມນັກຂ່າວ ຫວຽດນາມລຸ້ນຕ່າງໆ ແລະ ບັນດາຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດຍາມໃດກໍ່ມີຄວາມສາມັກຄີ, ເປັນເຈົ້າການໃນການປະດິດຄິດສ້າງ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ມີການປະກອບສ່ວນທີ່ສຳຄັນຫຼາຍຢ່າງ ເຂົ້າໃຫ້ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີຄວາມປາດຖະໜາຢາກໃຫ້ສະມາຄົມນັກຂ່າວ ຫວຽດນາມ ແລະ ບັນດາສະມາຊິກສະມາຊິກໃນທົ່ວປະເທດ, ເສີມຂະຫຍາຍມູນເຊື້ອປະຕິວັດຂອງຕົນ, ກໍ່ສ້າງສະມາຄົມນັບມື້ນັບພັດທະນາ, ປອດໄສ, ເຂັ້ມແຂງກ່ວາອີກ, ເບິ່ງແຍງ, ບຳລຸງທາງດ້ານແນວຄິດ, ການເມືອງ, ວິຊາສະເພາະໃຫ້ແກ່ບັນດາສະມາຊິກສະມາຄົມຢ່າງບໍ່ຢຸດຢັ້ງ.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top