• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ລົງ​ກວດ​ກາ​ວຽກ​ງານ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິ່ນ​ເທີ, ຈ່າ​ວິງ

ຕອນບ່າຍວັນທີ 18 ກັນຍາ, ຄະນະປະຕິບັດງານໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບການນຳ ນະຄອນເກິ່ນເທີ ແລະ ແຂວງຈ່າວິງ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນ…

ທ່ານຮອງ ນາຍົກລັດຖະມົນຕີ ຫວູດຶກດາມເຮັດວຽກກັບການນຳແຂວງ ເກິນເທີ

ທີ່ການເຮັດວຽກກັບການນຳແຂວງ ຈ່າວິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມຂອງແຂວງ ຈ່າວິງໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແຂວງ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ໂດຍພື້ນຖານ ແລະ ພວມກະກຽມຟື້ນຟູການຜະລິດຄືນໃໝ່.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃສ່ໃຈ ແຂວງ ຈ່າວິງວ່າ ເມື່ອວິສາຫະກິດເຄື່ອນໄຫວຄືນໃໝ່, ບັນດາໂຮງຈັກ, ໂຮງງານ ໃນບໍລິເວນແຂວງ ຕ້ອງຮັບປະກັນ ມາດຖານ “3 ຂຽວ” (ໂຮງງານຂຽວ, ບ່ອນທີ່ຢູ່ຂຽວ ແລະ ກຳມະກອນຂຽວ). ກຳມະກອນພາຍຫຼັງກັບຄືນເຮັດວຽກ ຈະໄດ້ຮັບການໜູນຊ່ວຍກວດຫາເຊື້ອໄວຣັດ SARS-CoV-2 ໂດຍໄວ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 18 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມີການເຮັດວຽກກັບນະຄອນເກິ່ນເທີ ກ່ຽວກັບການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນ, ຕີລາຄາສູງ ຄວາມມານະພະຍາຍາມຂອງນະຄອນໃນການຄວບຄຸມໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກລະບາດໂຄວິດ - 19 ຢູ່ແຂວງເກິ່ນເທີ ຍັງມີການຜັນແປຢ່າງສັບສົນ. ເພາະສະນັ້ນ, ໃນໄລຍະຈະມາເຖິງ, ນະຄອນຄວນສືບຕໍ່ຍູ້ໄວການກວດຫາເຊື້ອ ໃນຊຸມຊົນໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top